ກຳ​ປູ​ເຈຍ​ປະ​ກາດ​ຮັບ​​ປະ​ກວດ​ຮູບ​ຖ່າຍ "ຕາ​ເວັນ​ຂຶ້ນຢູ່​ມຸມປາຍ​ທາດ​ອັງ​ກໍ​ວັດ" ນຳ​ຜູ້​ມັກ​ຖ່າຍ​ຮູບ​ທົ່ວ​ໂລກ
2018-03-14 16:21:31  cri 
​​ໃນ​ເວ​ລາ​ 5 ໂມງຫາ 7 ໂມງ​ຕອນ​ເຊົ້າ​ວັນ​ທີ 20 ຫາ 22 ມີ​ນາ​ນີ້, ແຫຼ່ງ​ທ່ອງ​ທ່ຽວ​ອັງ​ກໍ​ວັດ​ຂອງ​ກຳ​ປູ​ເຈຍ​ຈະ​ປາ​ກົດ​ມີ​ພາບ​ວິວ "ຕາ​ເວັນຂຶ້ນຢູ່​ປາຍ​ທາດ​ອັງ​ກໍ​ວັດ". ​ດັ່ງ​ນັ້ນ, ຫ້ອງ​ການ​ຄຸ້ມ​ຄອງ​ແຫຼ່ງ​ທ່ອງ​ທ່ຽວ​ອັງ​ກໍ​ວັດ​ຈິ່ງ​ໄດ້ປະ​ກາດ​ຮັບ​​ປະ​ກວດ​ຮູບ​ຖ່າຍ "ຕາ​ເວັນຂຶ້ນຢູ່​ປາຍ​ທາດ​ອັງ​ກໍ​ວັດ" ນຳ​ຜູ້​ມັກ​ຖ່າຍ​ຮູບ​ທົ່ວ​ໂລກ.

​ຫ້ອງ​ການ​ດັ່ງ​ກ່າວ​ເປີດ​ເຜີຍ​ໃນ​ວັນ​ທີ 14 ມີນ​າ​ນີ້​ວ່າ, ຈະ​ເລືອກ​ເອົາ​ຮູບ​ຖ່າຍ 3 ໃບ​ທີ່​ງາມ​ທີ່​ສຸດ​ຈາກ​ຮູບ​ຖ່າຍ​ເຂົ້າ​ຮ່ວມ​ການ​ປະ​ກວດ ແລະ ​ຈະ​ໄດ້​ມອບ​ລາງວັນ​ເປັນ​ເງິນ 250 ໂດ​ລາ, 200 ໂດ​ລາ ແລະ 125 ໂດ​ລາ​​ໃຫ້ແກ່​ເຈົ້າ​ຂອງ​ຮູບ​ຖ່າຍ​ຕາມ​ລຳ​ດັບ.

 "ຕາ​ເວັນ​ຂຶ້ນຢູ່​​ມຸມປາຍ​ທາດ​ອັງ​ກໍ​ວັດ" ​ເປັນ​ໜຶ່ງ​ໃນ​ອະ​ລຸນ​ທີ່​ງາມ​ທີ່​ສຸດ​ຂອງ​ໂລກ ແລະ ເປັນ​ພາບ​ວິວ​ອະ​ມະ​ຕະ​ຂອງ​ອັງ​ກໍ​ວັດ. ແຕ່​ລະ​ປີ​ຈະເກີດ​ປາ​ກົດ​ການ​ແບບ​ນີ້ສອງ​ເທື່ອ, ເທື່ອ​ໜຶ່ງ​ໃນ​ເດືອນ​ມີ​ນາ ແລະ ອີກ​ເທື່ອ​ໜຶ່ງ​ໃນ​ເດືອນ​ກັນ​ຍາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ