ອົງ​ການອາຫານ​ໂລກ​ຍ້ອງ​ຍໍ​ຈີນ​ທີ່​ຊ່ວຍ​ເຫຼືອຊາວ​ອົບ​ພະ​ຍົບ​ຊີ​ຣີ​ຢ່າງ​ເອື້ອ​ເພື້ອ​ເຜື່ອ​ແຜ່
2018-03-15 10:30:29  cri 
ວັນ​ທີ 14 ມີ​ນາ​ນີ້, ທ່ານ​ມາ​ຈິດ ຢາ​ຮີ​ອາ ຜູ້​ຕາງ​ໜ້າ​ອົງ​ການ​​ອາ​ຫານ​ໂລກ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຊອກ​ດາ​ນີໄດ້​ຍ້ອງ​ຍໍ​ລັດ​ຖະ​ບານ​ຈີນ​ທີ່​ຊ່ວຍ​ເຫຼືອ​ຊາວ​ອົບ​ພະ​ຍົບ​ຊີ​ຣີ​ຢ່າງ​ເອື້ອ​ເພື້ອ​ເຜື່ອ​ແຜ່ ທັງ​ຢືນ​ຢັນ​ວ່າ ເງິນ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ອົງ​ການ​ອາ​ຫານ​ໂລກ​ຢູ່​ຊອກ​ດາ​ນີ​ຢ່າງຫຼວງຫຼາຍ.

ຕອນ​ເຊົ້າ​ວັນ​ທີ 14 ມີ​ນາ​ນີ້, ສຳ​ນັກ​ງານ​ອົງ​ການ​ອາ​ຫານ​ໂລກ​ປະ​ຈຳ​ຊອກ​ດາ​ນີ​ໄດ້​ຈັດ​ພິ​ທີລົງ​ນາມ​ເອ​ກະ​ສານ​ມອບ​ຮັບ​ເງິນ​ຊ່ວຍ​ເຫຼືອ. ທ່ານ​ຢາ​ຮີ​ອາ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ຈີນ​ໄດ້​ສ້າງ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ອື່ນ​ແລະຫວັງ​ວ່າ​ຈະ​ມີຫຼາຍໆ​ປະ​ເທດ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ຄື​ຈີນ​ເພື່ອ​ຮ່ວມ​ກັບ​ອົງ​ການ​ອາ​ຫານ​ໂລກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຊ່ວຍ​ເຫຼືອ​​ທາງມະ​ນຸດ​ສະ​ທຳ.

ເດືອນ​ກັນ​ຍາ​ປີ 2016, ລັດ​ຖະ​ບານ​ຈີນ​ໄດ້​ເຊັນ​ສັນ​ຍາ​ຊ່ວຍ​ເຫຼືອ​ລ້າ2 ລ້ານ​ໂດ​ລາ​ສະ​ຫະ​ລັດ​ກັບ​ອົງ​ການອາ​ຫານ​ໂລກ​ເພື່ອ​ສະ​ໜັບ​ສະ​ໜູນ​ອົງ​ການ​ດັ່ງ​ກ່າວ​ສະ​ໜອງ​ສະ​ບຽງ​ອາ​ຫານແລະຜະ​ລິດ​ຕະ​ພັນ​ສານ​ອາ​ຫານ​ໃຫ້​​ຊາວ​ອົບ​ພະ​ຍົບ​​ຊີ​ຮີຢູ່​ລີ​ບັງ​ແລະ​ຊ​ອກ​ດາ​ນີ,ໃນ​ນີ້, ຊອກ​ດາ​ນີ​ໄດ້​ຮັບ​ທຶນ 1 ລ້ານ 5 ແສນ​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ