ຈີນ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​​ລັດສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ
2018-03-15 10:51:39  cri 
ວັນ​ທີ 13 ມີ​ນາ​ນີ້, ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ຊຸດ​ທີ 13 ໄດ້​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ກວດ​ກາແຫ່ງ​ລັດ​ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ. ວົງ​ການ​ການ​ເມືອງ​ຂອງ​ໄທ​ໄດ້​ໃຫ້​ຄວາມ​ສົນ​ໃຈຫຼາຍ​ຕໍ່​ເລື່ອງ​ນີ້ ໂດຍ​ທ່ານ​ໄພ​ສານ ພືດ​ມົງ​ຄົນ ທີ່​ປຶກ​ສາ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ຮອງ​ປະ​ທານ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ເສ​ດ​ຖະ​ກິດ​ໄທ-ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດກາ​ແຫ່ງ​ລັດ​ຈະ​ກວມ​ເອົາກຳ​ລັງ​ກວດ​ກາ​ລະ​ບຽບ​ວິ​ໄນ​ຂອງ​ຈີນ ເຊິ່ງ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ.

ທ່ານ​ໄພ​ສານ ພືດ​ມົງ​ຄົນກ່າວ​ວ່າ: ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​ລັດ​​ສອດຄອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ວຽກ​ງ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ,ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ມີ​ພະ​ລັງ​ຊີ​ວິດກວ່າ​ເກົ່າ.ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​ລັດ​ເທື່ອ​ນີ້​ຈະ​ກວມ​ເອົາ​ກຳ​ລັງ​ກວດ​ກາ​ລະ​ບຽບ​ວິ​ໄນ​ຂອງ​ຈີນ​ແລະປະ​ກອບ​ເປັນ​ອົງ​ການກວດ​ກາ​ແຫ່ງ​ລັດ ເຊິ່ງ​ເປັນ​ຂໍ້​ຕົກ​ລົງ​ທີ່​ຖືກ​ຕ້ອງ​ແລະ​ຈຳ​ເປັນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ