ພົບ​ຮ່ອງ​ຮອຍ​ບູ​ຮານ​ສະ​ຖານ 6 ແຫ່ງ​ຢູ່​ແຂວງ​ກ​ຣໍ​ແຈະກຳ​ປູ​ເຈຍ
2018-03-15 10:56:15  cri 

ທ່ານ​ຕີ​ວັນ​ນາ ຫົວ​ໜ້າ​ພະ​ແນກ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ແຂວງກ​ຣະ​ເຕ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຢືນ​ຢັນ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເທດ​ສະ​ການ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ວ່າ: ຢູ່​ເມືອງ​ຊຳ​​ບໍແຂວງ​ຕົນ​ໄດ້​ພົບ​ຮ່ອງ​ຮອຍ​ບູ​ຮານ​ສະ​ຖານ 6 ແຫ່ງ ແລະ​ປັດ​ຈຸ​ບັນ ກຳ​ລັງ​ປະ​ຕິ​ບັດ​ການ​ສຶກ​ສາ​ຄົ້ນ​ຄວ້າ​ແລະ​ອະ​ນຸ​ລັກ​ຮ່ອງ​ຮອຍ​ບູ​ຮານ​​ສະ​ຖານ​ເຫຼົ່າ​ນີ້.

ທ່ານ​ຕີ​ວັນ​ນາ​ຢືນ​ຢັນ​ວ່າ ຮ່ອງ​ຮອຍ​ບູ​ຮານ​​ສະ​ຖານ​ 6 ແຫ່ງ​ດັ່ງ​ກ່າວ​ໄດ້​ຖືກ​ພົບ​ເຫັນ​ຢູ່​ເມືອງ​ຊຳ​​ບໍ. ທ່ານ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົ​ນ​ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຄວນ​ຮັກ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຕົນ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຊີດ​ຊູ​ແລະ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ.

ແຂວງ​ກ​ຣໍ​ແຈະ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ກຳ​ປູ​ເຈຍ, ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດ​ນາມ, ​ມີແມ່​ນ້ຳ​ຂອງ​ໄຫຼ​ຜ່ານ​ແຂວງ​ດັ່ງ​ກ່າວ​ແຕ່​ເໜືອ​ຮອ​ດ​ໃຕ້. ຊ່ຽວ​ຊານ ​ຢືນ​ຢັນ​ວ່າ ການ​ພົບ​ຮ່ອງ​ຮອຍ​ບູ​ຮານ​ສະ​ຖານ 6 ແຫ່ງ​ເທື່ອ​ນີ້​ມີ​ຄຸນ​ຄ່າ​ທາງ​ດ້າ​ນ​ການ​ອະ​ນຸ​ລັກ​ຮັກ​ສາ ແຕ່​ມັນ​ເປັນ​ບູ​ຮານ​ສະ​ຖານ​ໃນ​ຍຸກ​ໃດ​ນັ້ນ​ຍັງ​ຕ້ອງ​ໃຫ້​ຊ່ຽວ​ຊານສຶກ​ສາ​ຄົ້ນ​ຄວ້າ​ຕື່ມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ