ກອງ​ປະ​ຊຸ​ມ​ເທື່ອ​ທີ 1 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ອັດ​ລົງ​ຢ່າງ​ເປັນ​ທາງ​ການ
2018-03-15 15:14:43  cri 

ກອງ​ປະ​ຊຸ​ມ​ເທື່ອ​ທີ 1 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ໄດ້ອັດ​ລົງ​ໃນ​ວັນ​ທີ 15 ມີ​ນາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ມີ​ຜູ້​ນຳ​ພັກ-ລັດ​ເຊັ່ນ​ທ່ານ​ສີ​ຈິ້ນ​ຜິງເຂົ້າ​ຮ່ວມ. ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​​ວ່າງ​ຢາງ ປະ​ທານ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຄົນ​ໃໝ່​ກ່າວ​ເນັ້ນ​ວ່າ: ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຕ້ອງ​ຕັ້ງ​ໃຈ​​ສຶກ​ສາ​ຄົ້ນ​ຄວ້າແລະ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຖື​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ໂຄງ​ການ​ລວມ​ໃນ​ການ​ຊີ້​ນຳ​ນຳ​ພາ​ວຽກ​ງານ​ທຸກ​ດ້ານ​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,ຍຶດ​ໝັ້ນ​ຖາ​ນະ​ລັກ​ສະ​ນະ​ທາດ​ແທ້​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຢ່າງ​ຊື່​ສັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ, ຂຽນ​ໜ້າ​ໃໝ່​ແຫ່ງ​ປະ​ຫວັດ​ສາດ​ຂອງ​ກາ​ນ​ພັດທະ​ນາ​ວຽກ​ງານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ໃນ​ຍຸກ​ໃໝ່.

ກອງ​ປະ​ຊຸມໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຄະ​ນະປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້, ມະ​ຕິ​ວ່າ​ດ້ວຍ​ກົດ​ລະ​ບຽບ​ສະ​ພາ​ປຶກ​ສາກ​ານ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ບັບ​ປັບ​ປຸງ, ບົດ​ລາຍ​ງານ​ສະ​ພາບ​ສຳຫຼວດກວດ​ກາ​ຍັດ​ຕິ​ຂອງ​ຄະ​ນະ​ກຳ​ມະ​ການ​ສຳຫຼວດກວ​ດ​ກາ​ຍັດ​ຕິແລະ​ມະ​ຕິ​ການ​ເມືອງ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ