ທາງລົດໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຮອດ​ປີ 2025 ຈະ​ບັນ​ລຸ​ເຖິງ 38.000 ກິ​ໂລ​ແມັດ
2018-03-15 15:16:45  cri 
ວັນ​ທີ 15 ມີ​ນາ​ນີ້, ທ່ານຫຼູ​ຊຸນ​ຝາງ ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ​ສະ​ມາ​ຊິກ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່ "ຊ່ອງ​ທາງ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ"​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ວ່າ: ໃນ​ຕໍ່​ໜ້າ, ຈີນ​ຈະ​ຮັກ​ສາ​ຈັງ​ຫວະ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຢ່າງວ່ອງ​ໄວ ແລະ​ເມື່ອ​ຮອດ​ປີ 2025, ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຈະ​ບັນ​ລຸ​ເຖິງ 38.000 ກິ​ໂລ​ແມັດ.

ທ່ານ​ຫຼູ​ຊຸນ​ຝາງ​ເປັນ​ຜູ້​ບັນ​ຊາ​ການ​ໃຫຍ່​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຊຽງ​ໄຮ, ທ່ານ​​ແຈ້ງໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ຈີນ​ກຳ​ລັງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລົດ​ໄຟ​ຄວາມ​ໄວ​ສູງ​ແບບ​ສະ​ມາດ,ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ໄວ​ກວ່າ​ເກົ່າ​ແລະ​ລົດ​ໄຟ​ຄວາມ​ໄວ​ສູງ​ສີ​ຂຽວ.

ນອກ​ນີ້, ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລ້ວ. ຕາມ​ສະ​ຖິ​ຕິ​ທາງ​ການ, ມ​າ​ຮອດ​ທ້າຍ​ປີ 2016, ໄລ​ຍະ​ທາງ​ລົດ​ໄຟ​ຄວາ​ມ​ໄວ​ສູງ​ຂອງ​ຈີນ​​ມີຫຼາຍກວ່າ 22.000 ກິ​ໂລ​ແມັດ ກວມຍອດ​ໄລ​ຍະ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທົ່ວ​ໂລກຫຼາຍກວ່າ 60%​ແລະເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ