ທ່ານດູ​ເ​ຕີເຕ​ກ່າວ​ວ່າ, ຟີ​ລິບ​ປິ​ນ​ຈະ​ຖອນ​​ອອກຈາກ​ສານ​​ອາ​ຍາ​ສາ​ກົນ
2018-03-15 15:53:10  cri 

ວັນ​ທີ 14 ມີ​ນາ​ນີ້, ທ່ານໂຣດ​ຣິ​ໂກ ດູ​​ເຕີ​ເຕ​ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນປະ​ກາດ​ວ່າ, ຍ້ອນ​ວ່າ​ສານອາ​ຍາ​ສາ​ກົນ " ໂຈມ​ຕີ " ຕົນ​ແລະ​ລັດ​ຖະ​ບານ​ຟີ​ລິບ​ປິນ​ເມື່ອ​ບໍ່​ດົນ​ມາ​ນີ້, ​ສະ​ນັ້ນ, ຟີ​ລິບ​ປິນ​ຈະ​ຖອນ​ອອກ​ຈາກ​ສານອາ​ຍາ​ສາ​ກົນ.

ເດືອນ​ກຸມ​ພາ​ປີ​ນີ້, ສານອາ​ຍາ​ສາ​ກົນ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່ລາ​ໄຮ​ຂອງ​ໂຮນ​ລັງ​ແຈ້ງ​ໃຫ້​ລັດ​ຖະ​ບານ​ຟີ​ລິບ​ປິນ​ຊາບ​ວ່າ, ຈະ ສຳ​ຫຼວດ​ໃນ​ເບື້ອງ​ຕົ້ນ​​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໂຈມ​ຕີ​​ຜູ້​ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ທີ່​ນຳ​ໂດຍ​ທ່ານ​ດູ​ເຕ​ເຕ​ມີ​ການ​ກະ​ທຳ​ທີ່​ລະ​ເມີດ​ສິດ​​ທິມະ​ນຸດ​ຫຼື​ບໍ່.

ທ່ານ​ດູເຕີເຕ​ກ່າວ​ວ່າ, ສານອາ​ຍາ​ສາ​ກົນ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ທາງການ​ເມືອງ​ທີ່​ແນ​ໃສ່​ຟີ​ລິບ​ປິນ, ການ​ເຄື່ອນ​ໄວ​ທີ່​ຟີ​ລິບ​ປິນ​ໂຈມ​ຕີ​​​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຕິດ​ພັນ​ກັບຢາ​ເສບ​ຕິດ​ບໍ່​ແມ່ນ​ການ​ດັບ​​ສູນ​ຊົນເຜົ່າ​ແລະ​​ອາ​ຊະ​ຍາ​ກຳ​ສົງ​ຄາມ​ເປັນ​ຕົ້ນ, ເຫດ​ການ​ຄົນ​ຕາຍ​ໃນ​ການ​ເຄື່ອນ​ໄຫວ​​ປາບ​ຢາ​ເສບ​ຕິດກໍ່​ບໍ່​ແມ່ນ​ການວາງ​ແຜນ​ລອບ​ສັງ​ຫານ, ສານອາ​ຍາ​ສາ​ກົນ​ບໍ່​ມີ​ສິດ​ຄອບຄອງ​ທາງ​ຕຸ​ລາ​ການ.

;ພາຍ​ຫຼັງ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ປະ​ກາດແລ້ວ, ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຢືນ​ຢັນ​ວ່າ, ທ່ານ​ດູ​ເ​ດີ​ເຕ​ໄດ້​​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ແຈ້ງ​ໃຫ້ສະ​ຫະ​ປະ​ຊາ​ຊາດ​ຊາບ​ວ່າ, ຟີ​ລິບ​ປິນ​ຈະ​ຖອນ​ອອກ​ຈາກ ​ສັນ​ຍາ​ໂຣມ​ຂອງ​ສານອາ​ຍາ​ສາ​ກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ