ອັງ​ກິດ​ປະ​ກາດ​ວ່າ​ຈະ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ 23 ຄົນ
2018-03-15 15:54:12  cri 

ວັນ​ທີ 14 ມີ​ນາ​ນີ້, ທ່ານ​ນາງ​ເ​ທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ, ອັງ​ກິດ​ໄດ້​ຕົກ​ລົງ​ນຳ​ໃຊ້​ມາດ​ຕະ​ການ​ຕ່າງໆ​ລວມ​ທັງ​ຈະ​ຂັ​ບ​ໄລ່ ເຈົ້າ​ໜ້າ​ທີ່​ການຣັດ​ເຊຍ 23 ຄົນ, ເພື່ອ​​ຕອບ​ໂຕ້​ຣັດ​ເຊຍ​ທີ່​ຖືກ​ສົງ​ໄສ​​ວ່າລອບ​ຂ້າ​ອະ​ດີດ​ນັກ​ສືບ​ຂອງ​ຣັດ​ເຊຍ​ຢູ່​ອັງ​ກິດ.

​ໃນ​ວັນ​ດັ່ງ​ກ່າວ, ຢູ່​ສະ​ພາ​ຕ່ຳ, ທ່ານ​ນາງ​ເມ​ອ່ານ​ຖະ​ແຫຼງ​ການ​ວ່າ, ເຈົ້າ​ໜ້າ​ທີ່​ການ​ທູດ​​ທີ່​ຖືກ​ຂັບ​ໄລ່​ຕ້ອງ​ອອກ​ຈາກ​ອັງ​ກິດ​ພາຍ​ໃນ​​ໜຶ່ງອາ​ທິດ . ມາດ​ຕະ​ການ​​ຕອບ​ໂຕ້​ອື່ນໆ​ລວມ​ທັງ: ຢຸດ​ແຜນ​ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ລະ​ຫວ່າງ​​ການ​ນຳ​ຂັ້ນສູງ​ອັງ​ກິດ​ຣັດ​ເຊຍ​, ລວມ​ທັງ​ຍົກ​ເລີກກອງ​ປະ​ຊຸມ​ລະ​ຫວ່າງ​ຝ່າຍ​ອັງ​ກິດ​ກັບ​ທ່ານ​ເຊ​ເກ ​ລາວຼົ​ຟ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ທີ່​​ກຳ​ນົດຈະ​ຈັດ​ຂຶ້ນ​ຢູ່​ອັງ​ກິດ.

ມື້​ດຽວ​ກັນ​, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ກ່າວ​ວ່າ, ອັງ​ກິດ​ໄດ້​ຮ້ອງ​ຂໍ​​ໃຫ້ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ເພື່ອ​ຫາ​ລື​ເຫດ​ການ​ທີ່​ອະ​ດີດ​ນັກ​ສືບ​ຣັດ​ເຊຍ​ຖືກ​ວາງ​ສານ​​ພິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ