ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ການ​ເງິນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​​ເອ​ກະ​ສານ​ຫຼາຍ​ສະ​ບັບ
2018-03-15 16:51:32  cri 
ຕອນ​ເຊົ້​າ​ວັນ​ທີ 14 ມີ​ນາ​ນີ້, ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ການ​ເງິນ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ, ​ໂດຍປະ​ສານ​ສົມ​ທົບ​ກັບ​ຄວາມ​ເຫັນ​ຂອງ​ຄະ​ນະ​ຜູ້​ແທນ​ຕ່າງໆ, ​ຄົ້ນ​ຄວ້າພິ​ຈາ​ລະ​ນາບົດ​ລາຍ​ງານ​ແຜນ​ການ​ແລະ​ຮ່າງ​ແຜນ​ການ​ປີ 2018ແລະ​ບົດ​ລາຍ​ງານ​ງົບ​ປະ​ມານ​ແລະ​ຮ່າງ​ງົບ​ປະ​ມານ​ປີ 2018 ຕື່ມ​ອີກ.

ບົນ​ພື້ນ​ຖານ​ການ​ປຶກ​ສາ​ຫາ​ລືຮ່ວມ​ກັນ​ຢ່າງ​ເຕັມ​ທີ່, ກອງ​ປະ​ຊຸມ​ໄດ້​ຜ່ານ​ການ​ຮັບ​ຮອງ​ຜົນ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ແຜນ​ການ​ແລະ​ງົບ​ປະ​ມານ​ສອງ​ສະ​ບັບ​ດັ່ງ​ກ່າວ, ແລະ​ຕົກ​ລົງ​ສົ່ງ​ໃຫ້​ຄະ​ນະ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພິ​ຈາ​ລະ​ນາ​ໃນ​ຂັ້ນ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ