ທູດຈີນປະຈຳລາວ: ຮັດແໜ້ນການຮ່ວມມືເພື່ອນຳເອົາຄວາມສຸກມາສູ່ປະຊາຊົນລາວ
2018-03-15 17:01:23  cri 

 ວັນທີ 13 ມີນານີ້ ທີ່ສະຖານທູດ ສປຈີນ ປະຈຳ ສປປ ລາວ,ທ່ານ ຫວາງເວີນທ່ຽນ ເອກອັກຄະລັດຖະທູດ ສປ
ຈີນປະຈຳ ສປປ ລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນວ່າ ,ຈີນຍິນດີຮັດແໜ້ນການຮ່ວມມືກັບລາວຊຸກຍູ້ໂຄງ
ການຮ່ວມມື ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດແລະຮັບຜົນສຳເລັດໂດຍໄວເພື່ອນຳເອົາຄວາມສົມບູນພູນສຸກມາສູ່
ປະຊາຊົນລາວ.
 
ທ່ານ ຫວາງເວີນທ່ຽນ ກ່າວວ່າ, ໃນເດືອນພະຈິກ 2017 ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມຸນິດ
ຈີນປະທານປະເທດຈີນ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ທາງລັດຖະກິດແລະປະສົບຜົນສຳເລັດຢ່າງຈົບງາມ
ໂດຍການນໍາສອງປະເທດໄດ້ເຫັນດີເປັນເອກະພາບກັນລົງເລິກການພັດທະນາການຮ່ວມມືຈີນ-ລາວທັງນີ້ ລັດຖະ
ບານຈີນໄດ້ປະກາດຢ່າງເປັນທາງການວ່າຈະຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ ໃນ 3 ປີຕໍ່ໜ້າ.
 
ທ່ານ ຫວາງເວີນທ່ຽນ ກ່າວວ່າ, ການຊ່ວຍເຫຼືອດັ່ງກ່າວຈະເລີ່ມປະຕິບັດແຕ່ປີ 2018 ໂດຍຈະສຸມໃສ່ການຍົກລະ
ດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ການຫຼຸດພົ້ນອອກຈາກຄວາມທຸກຍາກ, ສາທາລະນະສຸກ, ການສຶກສາ,
ເຕັກໂນໂລຊີ, ພື້ນຖານໂຄງລ່າງ, ການຄ້າ ແລະກະສິກຳ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຊັບ
ພະຍາກອນມະມຸດ, ເຊິ່ງປະກອບມີ 8 ໂຄງການໃຫຍ່ໆໃນແຕ່ລະຂະ  ແໜງການ ເປັນຕົ້ນແມ່ນໃຫ້100 ບ້ານ
ທີ່ມີນ້ຳປະປາໃຊ້; ໃຫ້ 100 ບ້ານ ມີໄຟຟ້າຊົມໃຊ້; ໃຫ້ 100 ບ້ານມີສຸກສາລາໃນເຂດຊົນນະບົດ ແລະ ໃຫ້
100 ບ້ານມີດີຈີຕອນ ແລະ ຍັງມີ 20 ໂຄງການສໍາລັບການສຶກສາທາງໄກພ້ອມນັ້ນ ຍັງມີໂຄງການຈັດຝຶກອົບ
ຮົມຊັບພະຍາກອນສະເພາະກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ; ໂຄງການຍົກລະດັບການຮຽນ-ການສອນ
ໃຫ້ແກ່ຄູໃນເຂດຊົນນະບົດ ສໍາລັບໂຄງການສຸດທ້າຍແມ່ນການສ້າງເວທີໃນອິນເຕີເນັດເພື່ອຊ່ວຍໃຫ້ຊາວກະສິກຳ
ຢູ່ໃນຊົນນະບົດ ໃຫ້ສາມາດສົ່ງສິນຄ້າອອກຂາຍໄດ້ອີກ. ນອກນີ້ແລ້ວ ໃນໂຄງການນີ້ທັງສອງຝ່າຍຍັງໄດ້ເຫັນດີ
ເຫັນພ້ອມ ໃຫ້ຝ່າຍຈີນຊ່ວຍເຫຼືອກໍ່ສ້າງໂຮງຮຽນ 10 ແຫ່ງຢູ່ລາວ.   ປັດຈຸບັນການຈັດຕັ້ງປະຕິບັດທຶນດັ່ງກ່າວ
ແມ່ນກຳລັງຢູ່ໃນຂັ້ນຕອນຂອງການປະສານສົມທົບກັບກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະ
ຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະກິລາ, ກະຊວງຊັັບ
ພະຍາກອນທຳມະຊາດແລະ ສິ່ງແວດລ້ອມ,ຢ່າງໃດກໍດີຄາດວ່າຈະເລີ່ມຈັດຕັ້ງປະຕິບັດພາຍໃນປີ 2018 ນີ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ