ຈີນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ເຖິງ​ແກ່​ກຳ​ຂອງທ່ານສຕີ​​​ເຟັນ ຮໍກີ​ງ
2018-03-15 16:57:03  cri 
ວັນ​ທີ 14 ມີນາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ທ່ານຮໍກີ​ງ​ເປັນ​ນັກວິທະຍາສາດດີ​ເດັ່ນ, ຂ້າພະ​​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ເສຍ​ໃຈ ​ແລະໄວ້ອາ​ໄລ​ຕໍ່​ການ​​ເຖິງ​ແກ່​ກຳຂອງ​ທ່ານ.

ຂ່າວ​ລາຍ​ງານ​ວ່າ: ທ່ານ​ສຕີ​ເຟັນ ຮໍກີ​ງ ນັກ​ຟິຊິກ​ວິທະຍາ​ປະ​ເທດ​ອັງກິດ​ໄດ້​​ເຖິງ​ແກ່​ກຳ​ໃນ​ວັນ​ທີ 14 ມີນາ​ນີ້ ​ລວມອາຍຸ​ໄດ້ 76 ປີ.

​ເມື່ອ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ, ທ່ານ​ລູ້​ຄ່າງ​ກ່າວ​ວ່າ: ທ່ານ​ຮໍກີ​ງ​ເປັນ​ນັກວິທະຍາສາດດີ​ເດັ່ນ​ ທີ່ຕໍ່ສູ້​ກັບ​ພະຍາດ​​ເກີດ​ຂຶ້ນ​ກັບ​ຕົນຢ່າງ​ກ້າຫານ ​ແລະ​ໄດ້​ປະກອບ​ສ່ວນ​ສຳຄັນ​ຕໍ່ວຽກ​ງານ​ວິທະຍາສາດ ​ແລະ​ມວນ​ມະນຸດ. ທ່ານ​ຮໍກີ​ງ​ເຄີຍ​ມາ​ຢ້ຽມຢາມ​ປະ​ເທດ​ຈີນ​ 3 ​ເທື່ອ​ແລ້ວ ​ແລະ​ທ່ານ​ໄດ້ຕີ​ລາຄາ​ສູງ​ຕໍ່​ຄວາມ​ກ້າວໜ້າທາງ​ດ້ານ​ເຕັກນິກ​ວິທະຍາສາດຂອງ​ຈີນ. ​ແລະທ່ານ​ກໍ​ມັກ​ວັດທະນະທຳ​ຈີນອີກ​ດ້ວຍ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ ​ແລະ​ໄວ້​ອາ​ໄລຢ່າງ​ສຸດ​ຊຶ້ງ​ຕໍ່​ການ​ເຖິງ​ແກ່​ກຳຂອງ​ທ່ານ ​ແລະ​ພ້ອມ​ທັງ​ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່​ຄອບຄົວ​ຂອງ​ທ່ານ. ​ແລະ​ຜົນງານທ່ານ​ຮໍກີ​ງຈະ​ຢູ່​ໃນ​ດວງ​​ໃຈຂອງ​ພວກ​ເຮົາ​ຕະຫຼອດ​ໄປ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ