ກອງ​ປະຊຸມ​ສຸດ​ຍອດ​ການ​ນຳ​ອະນຸພາກ​ພື້ນແມ່​ນ້ຳຂອງຄັ້ງ​ທີ 6 ​​​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
2018-03-15 16:59:26  cri 
ວັນ​ທີ 12 ມີນາ​ນີ້, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງການ​ຮ່ວມ​ມື​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ 6 ປະ​ເທດ ຄື ຈີນ, ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ​ຫວຽດນາມ ​​ໄດ້ຈັດ​ກອງ​ປະຊຸມ​ຮ່ວມກັບ​ຜູ້​ແທນ​ທະນາຄານ​​ພັດທະນາ​ອາຊີ​ຢູ່​ນະຄອນຫຼວງຮາໂນ່ຍປະ​ເທດ​ຫວຽດນາມ ​ເຊິ່ງ​ໄດ້​ປຶກສາ​ຫາລື​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ການ​ນຳ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຄັ້ງ​ທີ 6 (GMS-6) ທີ່​ຈະ​ຈັດຂຶ້ນ​ຢູ່​ນ​ະຄອນ​ຫຼວງຮາ​ໂນ່ຍ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 31 ມີນາ​ນີ້.

ຜູ້​​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ປຶກສາ​ຫາລື​ວາລະຂອງ GMS-6, ​ເນື້ອ​ໃນເອກະສານ​ທີ່​ຈະ​ໃຫ້​ຜູ້ນຳປະ​ເທດ​ຕ່າງໆ​ຄົ້ນຄວ້າ​ພິຈາລະນາ, ພິທີການ​ທູດ, ພະ​ລາ​ທິການ, ສື່​ມວນ​ຊົນ ​ແລະ​ອື່ນໆ. ຄາດ​ວ່າກອງ​ປະຊຸມ​ຂ່າວສາ​ກົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ນຳ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງຄັ້ງ​ທີ 6 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​​ເຂດ​ພັດທະນາ​ສາມຫຼ່ຽມກຳ​ປູ​ເຈຍ-ລາວ-ຫວຽດນາມ​ຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ