ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບການ​ຈັດ​ຕັ້ງ​​ຂອງລັດ​ຖະ​ບານຈີນ​ເປັນ​ຜົນ​​ສຳ​ເລັດ​ອີກ​ດ້ານ​ໜຶ່ງ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ
2018-03-16 10:19:45  cri 
​ວັນ​ທີ 13 ມີ​ນາ​ນີ້,ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊ​າດ​ຈີນ​ຊຸດ​ທີ 13 ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ ແຜນ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​​ການ​ຈັດ​ຕັ້ງ​ຂອງລັດ​ຖະ​ບານ​ຈີນ. ວົງ​ການ​ການ​ເມືອງ​ຂອງ​ໄທ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ແຜນ​ການ​ປະ​ຕິ​ຮູບ​ດັ່ງ​ກ່າວ.

ທ່ານ​ໄພ​ສານ ພືດ​ມົງ​ຄົນ ທີ່​ປຶກ​ສາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ຮອງ​ປະ​ທານ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ເສດ​ຖະ​ກິດ​ໄທ-ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ນີ້​ຄື​ຜົນ​​ສຳ​ເລັດ​ອີກ​ດ້ານ​ໜຶ່ງ ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ທ່ານ​ກ່າວ​ວ່າ: "ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​ມາດ​ຕະ​ການ​ປະ​ຕິ​ຮູບຫຼາຍ​ປະ​ການ. ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​​ການ​ຈັດ​ຕັ້ງ​​ຂອງລັດ​ຖະ​ບານຈີນແມ່ນ​ປະ​ຕິ​ບັດ​ຕົວ​ຈິງ​ຕາມ​​ຈິດ​ໃຈ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ. ເທື່ອ​ນີ້​ຈະ​ມີ​ເຈົ້າ​ໜ້າ​ທີ່​ຜູ້​ມີ​ຄວາມ​ສາ​ມາດ​ໂດດ​ເດັ່ນ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ການ​ນຳ​ຂອງ​ບັນ​ດາ​​ອົງ​ການ​ຈັດ​ຕັ້ງ​ລັດ​ຖະ​ບານຫຼາຍກວ່າ​ເກົ່າ, ເຂົາ​ເຈົ້າ​ຈະ​ປະ​ສານ​ສົມ​ທົບ​ຮ່ວມ​ມື​ກັນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ​ຈີນ​ຈະ​ໄດ້​ຮັບ​ໝາກ​ຜົນ​ຕາມ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ