ຈັດການ​ສຳ​ມະ​ນາ​ "ອະ​ນາ​ຄົດແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ: ໂອ​ກາດ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຈີນ​ຢູ່​ໄທ"​
2018-03-16 15:46:01  cri 

ການ​ສຳ​ມະ​ນາ​ "ອະ​ນາ​ຄົດແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ: ໂອ​ກາດ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຈີນ​ຢູ່​ໄທ"​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ໃນ​ວັນ​ທີ 15 ມີ​ນາ​ນີ້.

ທ່ານ​ນາງ​ຈ່າງ​ໄພ້​ຕຸ່ງ ທີ່​ປຶກ​ສາ​ເສດ​ຖະ​ກິດ​ການ​ຄ້າ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ປະ​ກອບ​ຄຳ​ເຫັນ​ວ່າ: ລັດ​ຖະ​ບານ​ຈີນ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ໄປ​ລົງ​ທຶນ​ຢູ່​ໄທ, ຫວັງ​ວ່າ ໄປ​ພ້ອມໆ​ກັບ​ກາ​ນ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ​ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ, ສອງ​ປະ​ເທດ​ຈີນ-ໄທ​ຈະ​ສືບ​ຕໍ່​ລົງ​ເລິກ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ໃຜ​ລາວ.

ນັກ​ທຸ​ລະ​ກິດ​ໄທ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ກໍ​ຢືນ​ຢັນ​ວ່າ ​ການ​ເຊື່ອມ​ຕໍ່​ເຂົ້າ​ກັນ​ລະ​ຫວ່າງຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ຈະ​ສ້າງ​ໂອ​ກາດ​ດ້ານ​ການ​ລົງ​ທຶນ​ແລະ​ເສ​ດ​ຖະ​ກິດ​ການ​ຄ້າ​ໃຫ້ຫຼາຍກວ່າ​ເກົ່າ.

ການ​ສຳ​ມະ​ນາ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ທະ​ນາ​ຄານກະ​ສິ​ກອນ​ໄທ ເພື່ອ​ຄົ້ນ​ຄວ້າ​ໂອ​ກາດ​ການ​ຄ້າ​ໃໝ່​ທີ່​ເກີດ​ຈາກ​ຂໍ້​ລິ​ເລີ່ມ  "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ",ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ປະ​ເທດ​ໄທ​ແລະ​ອື່ນໆ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ