ຜູ້​ປະ​ທ້ວງ​​ລັດ​ຖະ​ບານ​ຍິ່ງ​ລັກ 14 ຄົນ​ຖືກ​ກ່າວ​ຫາ​ວ່າທຳ​ລາຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ
2018-03-16 15:51:58  cri 
ໜັງ​ສື​ພິມ Univeral Daily News ຂອງ​ໄທ​ລາຍ​ງານ​ວ່າ: ໄອ​ຍະ​ການ​ສູງ​ສຸດ​ໄທ​ໄດ້​​​ຍື່ນຄຳ​ຟ້ອງ​ໃຫ້​ສານ​ອາ​ຍາຕໍ່ 14 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ລັດ​ຖະ​ບານ​ຍິ່ງ​ລັກ.

ຂ່າວ​ແຈ້ງວ່າ:​ແນ​ໃສ່ 14 ຄົນ​ທີ່​ໂຮມ​ຊຸ​ມ​ນຸມ​ປະ​ທ້ວງລັດ​ຖະ​ບານຍິ່ງ​ລັກ​ຢູ່ຫຼາຍ​ທ້ອງ​ຖິ່ນ​ລະ​ຫວ່າງວັນ​ທີ 23 ພະ​ຈິກ 2013 ຫາ​ວັນ​ທີ 1 ພຶດ​ສະ​ພາ 2014,  ໄອ​ຍະ​ການ​ໄທ​ໄດ້ກ່າວ​ຟ້ອງ​ທາງ​ອາ​ຍາ​ ​ຕໍ່ 14 ຄົນ​ດັ່ງ​ກ່າວ​ເປັນ​ເທື່ອ​ທີ​ສອງ​ໃນ​ 8 ຂໍ້​ຫາ​ເຊັ່ນກີດ​ຂວາງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ສ້າງ​ຜົນ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ດ້ວຍ​ຄວາມ​ຮຸນ​ແຮງ​ແລະ​ອື່ນໆ.

ຂະ​ນະ​ດຽວ​ກັນ, ໃນ​ຖາ​ນະ​ເປັນ​ຝ່າຍ​ໂຈດ, ໄອ​ຍະ​ການ​ໄທ​ຍັງ​ຮ້ອງ​ຂໍ​ໃຫ້​ສານ​ອອກ​ຄຳ​ສັ່ງ​​ຕັດສິດ​ເລືອກ​ຕັ້ງເປັນ​ເວ​ລາ 5 ປີ​ຂອງ​ຈຳ​ເລີ​ຍ 14 ຄົນ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ