ກຳ​ປູ​ເຈຍຈະ​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​​ເພື່ອ​ໄລ່​ໃຫ້​ທັນການ​ປະ​ຕິ​ວັດ​​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4
2018-03-16 16:34:20  cri 
ວັນ​ທີ 15 ມີ​ນາ​ນີ້, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ: ປະ​ເທດ​ຕົນ​ຄວນ​ເພີ່ມ​ທຶນ​ເຂົ້າ​ໃນການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ,ເພື່ອ​ໄລ່ໃຫ້​ທັນການ​ປະ​ຕິ​ວັດ​​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4.

ທ່ານ ຮຸນ​ແຊນ ກ່າວ​ວ່າ: ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ກຳ​ປູ​ເຈຍ​ບໍ່​ດີ​ທໍ່​ປະ​ເທດ​ອື່ນໆ​ໃນອາ​ຊຽນ ແລະມີ​ຄວາມ​ແຕກໂຕນ​ກັນ​ໃນ​ຂົງ​ເຂດ​ນີ້. ສ່ວນການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ກຳ​ປູ​ເຈຍ​ບໍ່​ອາດ​ຈະ​ອາ​ໄສ​ພຽງ​ແຕ່​​ກະ​ສິ​ກຳ​ແລະ​ອຸດ​ສາ​ຫະ​ກຳ​ການ​ຕັດ​ຫ​ຍິບ​ເຄື່ອງ​ນຸ່ງເທົ່າ​ນັ້ນ,ຄວນ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ. ປັດ​ຈຸ​ບັນ, ຫຼາຍ​ປະ​ເທດ​ເຊັ່ນ: ສິງ​ກະ​ໂປ, ຟີ​ລິບ​ປິນ, ໄທ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ທ່ານ ຮຸນ​ແຊນ ກ່າວ​ຕື່ມ​ວ່າ: ລັດ​ຖະ​ບານ​ປະ​ເທດ​ຕົນ​ຈະ​ເພີ່ມ​ງົບ​ປະ​ມານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ໂດຍ​ເມື່ອ​ຮອດປີ 2020, ງົບ​ປະ​ມານດັ່ງ​ກ່າວ​ຈະ​ກວມ 0,2% ຂອ​ງ​ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​​ຫຼື GDP ຂອງ​ປະ​ເທດ​ຕົນ, ປີ 2025 ຈະ​ເພີ່ມ​ຂຶ້ນ​ເປັນ 1% ແລະ ປີ 2030 ຈະ​ເພີ່ມ​ຂຶ້ນ​ເປັນ 1,5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ