ກິດ​ຈະ​ກຳແລກ​ປ່ຽນ​ສື່ມວນ​ຊົນ​ໜຸ່ມ​ຂອງ 6 ປະ​ເທດ​ຈັດ​ຂຶ້ນຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸນ​ນານ
2018-03-16 16:35:26  cri 
ກິ​ດ​ຈະ​ກຳ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ໃນ​ວັນ​ທີ 15 ມີ​ນາ​ນີ້ ໂດຍມີ​ພະ​ນັກ​ງານ​ສື່ມວນ​ຊົນ​ແລະ​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ຈາກ​ 6 ປະ​ເທດ​ຄື:ຈີນ,ໄທ,ລາວ,ມຽນ​ມາ,ຫວຽດ​ນາມ​ແລະ​ກຳ​ປູ​ເຈຍ 66 ຄົນ​ຈະ​ຊອກ​ຮູ້​ສະ​ພາບ​ສື່ມວນ​ຊົນ​ຂອງ​ຈີນ ເພື່ອ​ແລກ​ປ່ຽນ​ກັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສື່ໃໝ່.

ກິດ​ຈະ​ກຳ​ແລກ​ປ່ຽນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ 12 ຄັ້ງ​ແລ້ວ, ໂດຍ​ຫົວ​ຂໍ້​ຫຼັກ​ຂອງ​ກິດ​ຈະ​ກຳ​ຄັ້ງ​ນີ້​ແມ່ນ "ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ -- ການ​ສະ​ແຫວງ​ຫາ​ຄວາມ​ຝັນ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຊາວ​ໜຸ່ມ​ແລະ​ສື່​ມວນ​ຊົນ". ທ່ານ ຫວູ​ເຫວີຍ ຮອງເລ​ຂາ​ທິ​ການ​ໃຫ​ຍ່​ສະ​ຫະ​ພັນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຈີນ​ກ່າວ​ວ່າ: "​ພະ​ນັກ​ງານສື່ມວນ​ຊົນ​ໜຸ່ມ​ຄວນ​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​​ກໍ​ຄື​ປະ​ຊາ​ຊົນຂອງ 6 ປະ​ເທດ​ດັ່ງ​ກ່າວ,ຫວັງ​ວ່າ​ຜູ້​ຕາງ​ໜ້າ​ທັງ​ຫຼາຍ​ສາ​ມາດ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​​ຍະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ."

ໃນ​ມື້​ດັ່ງ​ກ່າວ,ນັກ​ຂ່າວ​ໄດ້​ສັງ​ເກດ​ເຫັນວ່າ, ຊາວ​ໜຸ່ມ​ລາວ​ຜູ້​ໜຶ່ງ​ໄດ້​ສຳ​ເລັດ​ການ​ຖ່າຍ​ທອດ​ສົດ​ພິ​ທີເປີດ​ກິດ​ຈະ​ກຳ​ຢູ່​ສື່​ສັງ​ຄົມ​ອອນ​ລາຍ​ໂດຍ​ພຽງ​ແຕ່​ໄດ້​ໃຊ້​ໂທ​ລະ​ສັບ​ມື​ຖື​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ