ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນເຂດ​ເອີ​ຣົບຕາ​ເວັນ​ອອກ​ກາງ​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
2018-03-16 16:56:51  cri 
ຕາມ​ຂ່າວCRI: ວັນ​ທີ 15 ມີ​ນາ​ນີ້, ທ່ານ ຣາ​ເດັກ ພີ​ຟີວ ໃນ​ສະ​ພາ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ຫຼື AIIB ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ວ່າ: ທ່ານ​ໄດ້​ສົນໃຈຕໍ່​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ, ແລະບົດ​ລາຍ​ງານ​ວຽກ​ງານ​ຂອງລັດ​ຖະ​ບານ​ຈີນ​ໄດ້ສົ່ງ​ສັນ​ຍານ​ແຫ່ງ​ການ​ເປີດ​ປະ​ຕູຢ່າງກວ້າງ​ຂວາງ ເຊິ່ງ​ນີ້​ໄດ້​ສອດ​ຄ່ອງ​ກັບ​ຈິດ​ໃຈ​ການ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມັກ​ຄີ​ຂອງ​ທະ​ນາ​ຄານ AIIB, ແລະເຊື່ອ​ວ່າ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ເອີ​ຣົບຕາ​ເວັນ​ອອກ​ກາງ​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ທ່ານ ຣາ​ເດັກ ພີ​ຟີວ ກ່າວ​ຕື່ມ​ວ່າ: ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​​ສາ​ກົນ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ພວມ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ເຂົ້າ​ຮ່ວມ​ຈາກ​​ບັນ​ດາປະ​ເທດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ຍ້ອນ​ວ່າ​ການ​ຮ່ວ​ມ​ມື​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ວຽກ​ງານ​ຕົ້ນ​ຕໍ​ຂອງ​ທະ​ນາ​ຄານ AIIB ແມ່ນ​ຊ່ວຍ​ການ​​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າ​ງ​ຂອງ​ປະ​ເທດ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ເຊິ່ງ​​ຕິດ​ພັນ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ​ຢ່າງ​ແໜ້ນ​ແຟ້ນ, ແລະຈະ​ສາ​ມາດຊຸກ​ຍູ້​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ ແລະ​ສ້າງ​ຄວາມ​ສົ​ມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນຢູ່​ພາກ​ພື້ນ​ດັ່ງ​ກ່າວ​ຢ່າງ​ມະ​ຫາ​ສານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ