ICBC ສາຂານະຄອນຫວງວຽງຈັນຍົກລະດັບການບໍລິການໃຫ້ແກ່ລູກຄ້າ
2018-03-16 14:45:24  cri 

 

  ເພື່ອເປັນການຍົກລະດັບການບໍລິການໃຫ້ແກ່ລູກຄ້າ, ທະນາຄານ ອຸດສະຫະກຳ ແລະ ການຄ້າຈີນ ຈຳກັດ
(ICBC) ສາຂານະຄອນຫວງວຽງຈັນໄດ້ຈັດກອງປະຊຸມສົນທະນາກ່ຽວກັບການຍົກລະດັບການບໍລິການທີ່ນະຄອນ
ຫຼວງວຽງຈັນໃນຕອນເຊົ້າວັນທີ 15 ມີນານີ້, ໂດຍ​ໃຫ້ກຽດເຂົ້າຮ່ວມຂອງທ່ານ ພຸດທະໄຊ ສີວິໄລ ຫົວໜ້າກົມຄຸ້ມ
ຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ, ທ່ານ ຫວ່າງຊີຮຸຍ ທີ່ປຶກສາເສດຖະກິດການຄ້າສະຖານ
ທູດ ສປ ຈີນ ປະຈຳ ສປປ ລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງຄວາມຮູ້ສຶກ, ບັນຫາແລະຄວາມຫຍຸ້ງຍາກຂອງລູກຄ້າໃນ
ການໃຊ້ບໍລິການຂອງ ICBC ສາຂານະຄອນຫວງວຽງຈັນ ສ້າງເວທີສົນທະນາແບບເຊີ່ງໜ້າກັນລະຫວ່າງລູກຄ້າ
ແລະຜູ້ຈັດການພະແນກຕ່າງໆຂອງທະນາຄານດັ່ງກ່າວ ເພື່ອຍົກລະດັບການບໍລິການໃຫ້ແກ່ລູກຄ້າດ້ວຍມາດຕະ
ການຕ່າງໆ. ໂອກາດນີ້, ຜູ້ຈັດການພະແນກຕ່າງໆ ແລະ ຜູ້ຕາງໜ້າລູກຄ້າຂອງ ICBC ສາຂານະຄອນຫວງ ວຽງຈັນໄດ້ຮ່ວມກັນສົນທະນາແລກປ່ຽນແລະປະກອບຄຳຄິດຄຳເຫັນເພື່ອຍົກລະດັບການບໍລິການຂອງທະນາຄານ
ດັ່ງກ່າວໃຫ້ດີກວ່າເກົ່າ.



ທ່ານ ຫວ່າງຊີຮຸຍ ກ່າວວ່າ, ຫວັງວ່າ ICBC ສາຂານະຄອນຫວງວຽງຈັນຈະຕັ້ງໜ້າຮັບຟັງຄຳເຫັນແລະຂໍ້ສະເໜີ
ຂອງລູກຄ້າກ່ຽວກັບການຍົກລະດັບການບໍລິການ ເພື່ອເສີມຂະຫຍາຍບົດບາດເປັນຂົວຕໍ່ໃນການແລກປ່ຽນແລະ
ຮ່ວມມືລະຫວ່າງສອງປະເທດໃຫ້ດີກວ່າເກົ່າ ແລະຊ່ວຍພັດທະນາເສດຖະກິດຂອງປະເທດດັ່ງກ່າວໃຫ້ເຕີບໂຕຢ່າງ
ວ່ອງໄວ​

ທ່ານ ລູຈ້ຽນ ອຳນວຍການ ICBC ສາຂານະຄອນຫວງວຽງຈັນໄດ້ສະແດງຄວາມຍິນດີ​ແລະ​ຊົມ​ເຊີຍບັນດາລູກ
ຄ້າ​ທີ່ມີສ່ວນຮ່ວມໃນການຍົກລະດັບການບໍລິການຂອງທະນາຄານ ICBC ສາຂານະຄອນຫວງວຽງຈັນ. ທ່ານ
ກ່າວວ່າ, ICBC ສາຂານະຄອນຫວງວຽງຈັນຈະຮັກສາໃຫ້ເປັນທະນາຄານນຳໜ້າໃນການດຳເນີນທຸລະກິດຢູ່ລາວ,
ທີ່ສຳຄັນຈະຍົກລະດັບການບໍລິການໃຫ້ແກ່ລູກຄ້າຢ່າງບໍ່ຢຸດຢັ້ງເພື່ອສ້າງເປັນທະນາຄານທີ່ນຳໜ້າໃນການໃຫ້ບໍລິ
ການແກ່ລູກຄ້າ.

​ໂອ​ກາດ​ນີ້, ICBC ສາຂານະຄອນຫວງວຽງຈັນຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ 10 ບໍລິສັດເພື່ອເປັນທີ່ປຶກສາການ
ບໍລິການແກ່ລູກຄ້າຂອງທະນາຄານດັ່ງກ່າວ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ