ຣັດ​ເຊຍມີແຜນການຈະສຳຫຼວດດວງຈັນໃນ 2 ປີຕໍ່ໜ້ານີ້
2018-03-16 17:18:44  cri 
ວັນທີ 14 ມີນານີ້, ທ່ານອີ​ກໍ ​ໂຄ​ມາຣອຟ ປະທານ​ກຸ່ມ​ບໍລິສັດ​ການບິນອະວະກາດຣັດ​ເຊຍ​ກ່າວ​ຢູ່​ນະ​ຄອນ​ຫຼວງມົສ​ກູ​ວ່າ: ປະ​​ເທດ​ຕົນ​ມີແຜນການຈະ​ສຳ​ຫຼວດດວງ​ຈັນ​ໃນ 2 ປີ​ຕໍ່ໜ້າ​ນີ້.

ທ່ານ​​ໂຄ​ມາຣອຟກ່າວ​ໃນ​ເວທີປຶ​ກສາ​ຫາລື "ຣັດ​ເຊຍ-ປະ​ເທດ​ທີ່​ເຕັມ​ໄປ​ດ້ວຍ​ໂອກາດ" ທີ່​ຈັດ​ຂຶ້ນ​ຢູ່​ນະ​ນຄອນ​ຫຼວງ​​ມົສ​ກູ​ວ່າ: ປະ​ເທດ​ຕົນມີ​ແຜນການ​ຈະສົ່ງ​ຍານ​ສຳ​ຫຼວດ "ດວງ​ຈັນ​​ເລກ 25" ​ໃນ 2 ປີ​ຕໍ່ໜ້າ​ນີ້ ​ເຊິ່ງ​ເປັນ​ແຜນການ​ສຳ​ຫຼວດດວງ​ຈັນ​​ເທື່ອ​ທຳ​ອິດ​ພາຍຫຼັງ​ຢຸດການ​ສຳ​ຫຼວດ​​ເປັນ​ເວລາ 40 ກວ່າ​ປີຜ່ານມາ. "ດວງ​ຈັນ​ເລກ 25" ​ໄດ້​ຕັ້ງ​ຊື່​ໂດຍ​ສືບ​ເນື່ອງ​ຈາກ "ດວງ​ຈັນ​ເລກ 24" ທີ່​ເປັນຍານ​ສຳ​ຫຼວດສຸດ​ທ້າຍຂອງຣັດ​ເຊຍ​ໃນ​ປີ 1976.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ