ວັນທີ 15 ມີນານີ້, ກະຊວງການເງິນອາເມລິກາປະກາດວ່າ: ຈະຂວ້ຳບາດບໍລິສັດ 5 ແຫ່ງ ແລະປະຊາຊົນ 19 ຄົນຂອງຣັດເຊຍ ໃນຂໍ້ຫາກໍ່ການໂຈມຕີທາງອິນເຕີແນັດ ລວມທັງການກະທຳທີ່ສົ່ງຜົນກະທົບຕໍ່ການເລືອກຕັ້ງປະທານາທິບໍດີອາເມລິກາໃນປີ 2016.
ທ່ານສຕີເວີນ ມູນຸຊີນ ລັດຖະມົນຕີກະຊວງການເງິນອາເມລິກາໄດ້ອອກຖະແຫຼງການໃນວັນດັ່ງກ່າວວ່າ: ການກະທຳຂອງປະເທດຕົນກໍເພື່ອຕອບໂຕ້ການໂຈມຕີທາງອິນເຕີແນັດຂອງຣັດເຊຍ ແລະໃນຕໍ່ໜ້າ, ກະຊວງການເງິນອາເມລິກາຍັງຈະປະກາດຂວ້ຳບາດໃໝ່ຕໍ່ຣັດເຊຍຫຼາຍຂຶ້ນຕື່ມ, ພ້ອມທັງສະກັດກັ້ນເຈົ້າໜ້າທີ່ລັດຖະບານ ແລະກຸ່ມບໍລິສັດທີ່ຜູກຂາດຂອງຣັດເຊຍເຂົ້າໃນລະບົບການທະນາຄານອາເມລິກາ, ເພື່ອໃຫ້ຣັດເຊຍເສຍຄ່າຕອບແທນຍອນການກະທຳຂອງຕົນ.
ຕາມກົດໝາຍແລ້ວ, ຊັບສິນຕ່າງໆຂອງປະຊາຊົນ ແລະບໍລິສັດທີ່ຖືກການຂວ້ຳບາດໃນອາເມລິກາຈະຖືກອາຍັດ ແລະບໍ່ສາມາດຄ້າຂາຍກັບພົນລະເມືອງອາເມລິກາໄດ້ຢ່າງເດັດຂາດ.