ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ
2018-03-17 11:06:34  cri 
ຕອນ​ເຊົ້າ​ວັນ​ທີ 17 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 5 ໂດຍ​​ຜ່ານຮູບ​ການ​ລົງ​ຄະ​ແນນ​ສຽງ​ແບບ​ບໍ່​ອອ​ກ​ຊື່, ເລືອກ​ຕັ້ງ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ປະ​ເທດ ທັງ​ເປັນ​ປ​ະ​ທ​ານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ແຫ່ງສ​ປ​ຈີນ.

ກອງ​ປະ​ຊຸມ​ຍັງ​ໄດ້​ເລືອກ​ຕັ້ງ​ທ່ານ​ລີ້​ຈ້ານ​ຊູ່​ເປັນ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ເລືອກ​ຕັ້ງ​ທ່ານ​ຫວາງ​ສີ​ສ່ານ​ເປັນ​ຮອງ​ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ຈີນ.

 ກອງ​ປະ​ຊຸມ​​ຍັງໄດ້​ຈັດ​ພິ​ທີ​ສາ​ບານ​ຕົວ​​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງຢູ່​​ຕໍ່ໜ້າ​ລັດ​ຖະ​ທຳ​ມະ​ນູນ ເຊິ່ງເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ນຳ​ຈີນ​ດຳ​ເນີນ​ການ​ສາ​ບານ​ຕົວ​ຢູ່​ຕໍ່​ໜ້າ​ລັດ​ຖະ​ທຳ​ມະ​ນູນ​ໃນ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນັບ​ແຕ່​ຈີນ​ເລີ່ມປະ​ຕິ​ບັດ​ລະ​ບຽບ​ການ​ສາ​ບານ​ຕົວ​ຢູ່​ຕໍ່​ໜ້າ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ