ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ, ໄດ້​ກຽມ​ພ້ອມ​​ຈະຮັບ​ມື​ກັບ​ບັນ​ຫາ​ທີ່​ອາ​ເມ​ລິ​ກາ​ອາດ​ຈະ​ຖອນຕົວ​ອອກ​ຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2018-03-17 14:18:42  cri 
ວັນ​ທີ 16 ມີ​ນາ​ນີ້, ຂ່າວ​ສານ​ສາ​ທາ​ລະ​ນະ​ລັດ​ອິ​ສ​ຣາມ​ອີ​ຣານ​ແຈ້ງ​ຂ່າວ​ວ່າ, ມື້​ດຽວ​ກັນ, ທ່ານ​ໂມ​ຮາ​ມັດ ຈາ​ລິບ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ, ອີ​ຣານ​ໄດ້​ກຽມ​ພ້ອມ​ຮັບ​ມື​ກັບ​ບັນ​ຫາ​ທີ່​ອາ​ເມ​ລິ​ກາ​ອາດ​ຈະ​ຖອນ​ຕົວອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ ພ້ອມ​ດ້ວຍ​ຜົນ​ຕາມຫຼັງ​ທຸກ​ຢ່າງ.

ທ່ານ​ຈາ​ລິບ​ກ່າວ​ວ່າ, ນັບແຕ່​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ, ໄດ້​ທຳ​ລາຍ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ສຸດ​ຂີດ, ປະ​ລະ​ຄວາມ​ຮັບ​ຜິດ​ຊອບ ແລະ​ພັນ​ທະ​ທີ່​ລະ​ບຸ​ໄວ້​ໃນ​ສັນ​ຍາ, ກ່ຽວ​ກັບ​ເລື່ອງ​ນີ້,ອີ​ຣານ​ໄດ້​ທຳການ​ກະ​ກຽມ​ທຸກ​ຢ່າງ​ໄວ້​ແລ້ວ.

ທ່ານ​ກ່າວ​ຕື່ມ​ວ່າ, ການ​ຖອນຕົວ​ອອກ​ຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານນັ້ນ​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ "ເຈັບ​ປວດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ