ຟີ​ລິບ​ປິນ​ແຈ້ງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຊາບ​ວ່າ​​ໄດ້​ຖອນຕົວ​ອອກ​ຈາກ​ສານອາ​ຍາ​ສາ​ກົນ​ຢ່າງ​ເປັນ​ທາງ​ການ
2018-03-17 10:53:07  cri 
ວັນ​ທີ 16 ມີ​ນານີ້ ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ຖະ​ແຫຼງ​ວ່າ, ໄດ້​ແຈ້ງ​ການ​ຕົກ​ລົງ​ຂອງ​ຕົນ​ທີ່​ຖອນຕົວ​ອອກ​ຈາກ​ສານ​ອາ​ຍາ​ສາ​ກົນ​ຢ່າງ​ເປັນ​ທາງ​ການນັ້ນ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊາບດ້ວຍ​ລາຍ​ລັກ​ອັກ​ສອນ. 

ໃນ​ແຈ້ງ​ການສະ​ບັນ​ນີ້​ຂຽນ​ວ່າ, ​ຟີ​ລິບ​ປິນ​ຖອນຕົວ​ອອກ​ຈາກ​ສານ​ອາ​ຍາ​ສາ​ກົນ​ແມ່ນ​ຍ້ອນ​ວ່າ​ມີ​ຫຼັກ​ໝັ້ນຄັດ​ຄ້ານ​ການ​ຫັນເອົາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ມາ​ເປັນ​ບັນ​ຫາ​ການ​ເມືອງ ແລະ​ຖື​ເອົາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ອາ​ວຸດ. ໃນ​ເດືອນ​ກຸມ​ພາ​ປີນີ້, ສານ​ອາ​ຍາ​ສາ​ກົນ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ລາ​ໄຮ​ປະ​ເທດໂຮນ​ລັງ​ໄດ້​ແຈ້ງ​ການ​ຕໍ່​ລັດ​ຖະ​ບານ​ຟີ​ລິບ​ປິນໂດຍ​ກ່າວ​ວ່າ ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ເບື້ອງ​ຕົ້ນ​ຕໍ່​ການ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຄ້າ​ຂາຍ​ຢາ​ເສບ​ຕິດ​ທີ່​ນຳ​ໂດຍ​ທ່ານໂຣທ​ດິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ນັ້ນ ​ມີ​ການ​ກະ​ທຳລ່ວງ​ລ້ຳສິດ​ທິ​ມະ​ນຸດ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ