ອາ​ເມ​ລິ​ກາ ຍິ່​ປຸ່ນ​ແລະ​ສ.ເກົາ​ຫຼີ: ຈະ​ສືບ​ຕໍ່ເພີ່ມຄວາມ​ກົດ​ດັນ​ຕໍ່​ສ​ປ​ປ​ເກົາ​ຫຼີ​ອີກ
2018-03-17 14:29:35  cri 
ວັນ​ທີ 16 ມີ​ນານີ້ ​​ທ່ານ​ຈອນ ສຸ​ລິ​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ແຍກ​ກັນ​ພົບ​ປະ​ກັບ​ທ່ານ​ທາ​ໂຣະ ໂຄ​ໂນະ ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດຍິ່​ປຸ່ນ​ແລະ​ທ່ານ​ຄາງ​ຄີງວາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ​ທີ່​ໄປ​ຢ້ຽມ​ຢາມ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. ສາມ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ, ຈະ​ສືບ​ຕໍ່ເພີ່ມຄວາມ​ກົດ​ດັນ​ຕໍ່​ສ​ປ​ປ​ເກົາ​ຫຼີ​ອີກ, ຈົນ​ຮອດ​ໄລ​ຍະ​ທີ່​ເຫັນ​ວ່າ​ສ​ປ​ປ​ເກົາ​ຫຼີ​ມີ​ມາດ​ຕະ​ການ​ປະ​ລະ​ອາ​ວຸດ​ນິວ​ເຄຼຍ​ທີ່​ໄວ້​ໃຈ​ໄດ້​, ກວດ​ກາ​ໄດ້​ແລະ​ເປັນ​ລະ​ອຽດ.

ມື້​ດຽວ​ກັນ ​ເຈົ້າ​ໜ້າ​ທີ່ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ວ່າ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ໂທ​ລະ​ສັບ​ລົມ​ກັບທ່ານ​ມູນ​ແຈ​ອິນ ປ​ະ​ທານາ​ທິ​ບໍ​ດີສ.ເກົາ​ຫຼີ​ໃນ​ມື້​ດຽວ​ກັນ ແລະ​ສອງ​ຝ່າຍ​ກ່າວ​ວ່າ ການ​ກະ​ທຳ​ຕົວ​ຈິງ​ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ບັນ​ລຸ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄຼຍ, ສອງ​ຝ່າຍ​ສະ​ແດງ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຢ່າງ​ລະ​ມັດ​ລະ​ວັງ​ຕໍ່​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ທ່ານ​ທ​ຣຳ​ຍັງ​​ເນັ້ນ​ຄວາມ​ຫວັງ​ຂອງ​ຕົນ​ທີ່​ຢາກ​ພົບ​ປະ​ກັບ​ທ່ານ​ກິມ​ເຈີງ​ອິນ ​ຜູ້​ນຳ​ສູງ​ສຸດສປ​ປເກົາ​ຫຼີ​ກ່ອນ​ທ້າຍ​ເດືອນ​ພຶດ​ສະ​ພາ​​ປີນີ້.

ຕອນ​ຄ່ຳ​ວັນ​ທີ 8 ມີ​ນານີ້ ເຈົ້າ​ໜ້າ​ທີ່ທຳ​ນຽບ​ຂາວ​ຢືນ​ຢັນ​ວ່າ, ທ່ານ​ທ​ຣຳ​​ເຫັນ​ດີ​ພົບ​ປະ​ກັບ​ທ່ານ​ກິມ​ເຈີງ​ອິນ, ແຕ່​ບໍ່​ທັນ​ຕົກ​ລົງ​ເວ​ລາ​ແລະ​ສະ​ຖານ​ທີ່​​ລະ​ອຽດ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ