ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ​ຈີນ​ເລັ່ງ​ບຸກ​ເບີກ​ຕະ​ຫຼາດ​ອິນ​ໂດ​ເນ​ເຊຍ
2018-03-17 14:56:36  cri 
​ໃນ​ເວ​ລາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຢາ​ກາກ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນວັນ​ທີ 15 ມີ​ນານີ້, ທ່ານ​ລູ​ດີ ມັນ​ທາ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ນິກໂທ​ລະ​ຄົມ​ແລະ​ຂໍ້​ມູນ​ຂ່າວ​ສານ​ອິນ​ໂດ​ເນ​ເຊ​ຍ​ໄດ້​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຄວນ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຈີນ, ບົດ​ຮຽນ​ຂອງ​ຈີນ​ເໝາະ​ສົມກັບ​ສະ​ພາບ​ການ​ແຫ່ງ​ຊາດ​ຂອງ​ອິນ​ໂດ​ເນ​ເຊຍ​ຫຼາຍກວ່າ.

ມື້​ດຽວ​ກັນ, Alibaba Cloud Computing ​ບໍ​ລິ​ສັດ​ຄິດ​ໄລ່​ທາງ​ຄ​ລາວ​ຂອງ​ກຸ່ມ​ອາ​ລິ​ບາ​ບາ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທີ່​ຢາ​ກາກ​ຕາ ໂດຍ​ປະ​ກາດ​ວ່າ ເຂດ​ບໍ​ລິ​ການ​ອິນ​ໂດ​ເນ​ເຊຍ​ຂອງ​ກູ່ມ​ອາ​ລີ​ບາ​ບາ​ເລີ່ມ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ເພື່ອ​ສະໜອງ​ຜ​ະ​ລິດ​ຕະ​ພັນ​ຕ່າງໆ​ເຊັ່ນ ສາງ​ຂໍ້​ມູນ​ຂ່າວ​ສານ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ​ຮຸ່ນ​ຍົນ​ອັດ​ສະ​ລິ​ຍະ ແລະ​ອື່ນໆ​ໃຫ້​ຕະ​ຫຼາດ​ອິນ​ໂດ​ເນ​ເຊຍ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຫຼາຍ​ຂະ​ແໜງ​ການ​ຄື ທຸ​ລະ​ກິດ​ເອ​ເລັກ​ໂຕຼນິກ, ສື່ມວ​ນຊົນ, ເຕັກ​ນິກວິ​ທະ​ຍາ​ສາດ​ທາງ​ການ​ທະ​ນາ​ຄານ ແລະ​ອື່ນໆ. ເຂດ​ບໍ​ລິ​ການ​ອິນ​ໂດ​ເນ​ເຊຍ​ແມ່ນ​ເຂດ​ທີ​ສາມ​ຂອງ​ກຸ່ມ​ອາ​ລີ​ບາ​ບາ​ທີ່​ເປີດ​ນຳ​ໃຊ້​ຢູ່​ອາ​ຊີ​​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼັງ​ຈາກ​ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ, ກໍ​ແມ່ນ​ເຂດ​ທີ 18 ແຫ່ງ​​ຂອງ​ກຸ່ມ​ອາ​ລີ​ບາ​ບາ​ທີ່​ເປີດ​ການ​ບໍ​ລິ​ການໃນ​ທົ່ວ​ໂລກ.

ທ່ານ​ລູ​ຕີ ອັນ​ທາ​ລາ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ 15 ລ້ານກວ່າ​ແຫ່ງ​, ເຊິ່ງ​ເປັນ​ກຳ​ລັງ​​ທີ່​ສຳ​ຄັນ​ໃນ​ການຊຸກ​ຍູ້​ເສດ​ຖະ​ກິດອິນ​ໂດ​ເນ​ເຊນ​ເພີ່ມ​ຂຶ້ນ. ການ​ເຕີບ​ໃຫຍ່​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ອິນ​ໂດ​ເນ​ເຊຍ​ຕ້ອງ​ການ​ກຳ​ລັງ​ຊຸກ​ຍູ້​ຈາ​ກ​ການ​ຄິດ​ໄລ່​ຄ​ລາວ, ພື້​ນ​ຖານ​ໂຄງ​ລ່າງ​ທາງ​ອິນ​ເຕີ​ເນັດ​ທີ່​ດີກວ່າ​ເກົ່າ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປີດກວ້າງ​ຕະ​ຫຼາດ, ແລະ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ່ງ​ດ້ານ​ເສດ​ຖະ​ກິດ​ຂອງ​ປ​ະ​ເທດ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ