ທ່ານ​ສີ​ຈິ້ນ​ຜິງໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ດ້ວຍ​ຄະ​ແນນ​ສຽງ​100%
2018-03-18 11:02:28  cri 
ໃນ​ການ​ເລືອກ​ຕັ້ງ​ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ແບບປິດ​ລັບ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ທີ່​ຈັດ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 17 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໂດຍ​ໄດ້​ຮັບ​ຄ​ະ​ແນນ​ສຽງ​ເຫັນ​ດີ​ 100%, ຂະ​ນະ​ດຽວ​ກັນ, ​ກອງປະ​ຊຸມ​ຍັງ​ໄດ້​ເລືອກ​ຕັ້ງ​ທ່ານ​ລີ້​ຈ້ານ​ຊູ່ ເປັນ​ປະ​ທານສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ເລືອກ​ຕັ້ງ​ທ່ານ​ຫວາງ​ສີ​ຊ່ານ ເປັນ​ຮອງ​ປະ​ທານ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ຫຼັງ​ຈາກ​ສຳ​ເລັດ​ວາ​ລະ​ປະ​ຊຸມ​ທຸກ​ປະ​ການ​ແລ້ວ, ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ພິ​ທີ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ເປັນ​​ເທື່ອ​ທຳ​ອິດ​ທີ່ອົງ​ການ​ອຳ​ນາດ​ສູງ​ສຸດ​ຂອງ​ຈີນ​ຈັດ​ພິ​ທີ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ນັບ​ແຕ່​ຈີນ​ປະ​ຕິ​ບັດ​ລະ​ບຽບ​ການ​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ໃນ​ປີ 2014 ເປັນ​ຕົ້ນ​ມາ. ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດເກືອ​ບ 3000 ຄົນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ໃນ​ນາມ​ປະ​ມຸກ​ລັດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​​ວາງ​ມື​ຊ້າຍເທິງປຶ້ມ​ລັດ​ຖະ​ທຳ​ມະ​ນູນ, ມື​ຂວາ​ຍົກ​ກຳ​ປັ້​ນແລະສາ​ບານ​ຕົວ​ຢ່າງ​ເຄັ່ງ​ຂຶມ​ວ່າ: "ຂ້າ​ພະ​ເຈົ້າ​ ສີ​ຈິ້ນ​ຜິງ ຂໍ​ສາ​ບານ​ຕົວ ຈົງ​ຮັກ​ພັກ​ດີ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,ປົກ​ປັກ​ຮັກ​ສາຄວາມສັກ​ສິດຂອງ​ລັດ​ຖະ​ທຳ​ມະ​ນູນ, ປະ​ຕິ​ບັດໜ້າ​ທີ່​ຕຳ​ແໜ່ງ​ຕາມ​ກົດ​ໝາຍ, ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ,ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ຊາ​ຊົນ, ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ແລະປອດ​ໃສ​ຂາວ​ສະ​ອາດ, ຮັບການ​ຕິດ​ຕາມກວດ​ກາ​ຈາກ​ປະ​ຊາ​ຊົນ, ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ສ້າງ​​ສາປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ທັນ​ສະ​ໄໝ,​ເຂັ້ມ​ແຂງ​ຮັ່ງ​ມີ,​​ປະ​ຊາ​ທິ​ປະ​ໄຕ,ສີ​ວິ​ໄລ, ກົມ​ກຽວປອງດອງ ​ແລະ​ສວຍ​ງາມ!"

ສຽງສາ​ບານ​ຕົວ​ທີ່​ເຂັ້ມ​ແຂງ​ມີ​ພະ​ລັງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ດັງ​ກ້ອງ​​ໄປ​ທົ່ວຫ້ອງ​ປະ​ຊຸມ​ໃຫຍ່​ຂອງ​ຫໍ​ສະ​ພາ​ປະ​ຊາ​ຊົນ​ແລະຫຼັງ​ສຳ​ເລັດ​ການ​ສາ​ບານ​ຕົວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ກົ້ມ​ຫົວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຜູ້​ແທນຮ່ວມ​ປະ​ຊຸມ​ທັງຫຼາຍ​ແລະ​ບັນ​ດາ​ຜູ້​ແທນ​ກໍ​ໄດ້​ຕົບ​ມື​ຊົມ​ເຊີຍ​ຢ່າງ​ຟົດ​ຟື້ນ​ເປັນ​ເວ​ລາ​ດົນ​ເຕີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ