​ທ່ານຫຼີ​ເຄີ້​ສຽງໄດ້​ຮັບ​ເລືອ​ກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ
2018-03-18 11:14:17  cri 

ເວ​ລາ 9 ໂມງ​ຂອງ​ວັນ​ທີ 18 ມີ​ນາ​ນີ້, ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 6 ໂດຍ​ລົງ​ຄະ​ແນນ​ສຽງ​ຕົກ​ລົງ​ໃຫ້​ທ່ານຫຼີ​ເຄີ້​ສຽງດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົງ​ນາມໃນ​ດຳ​ລັດ​​ປະ​ທານປະ​ເທດ​ໂດຍ​ແຕ່ງ​ຕັ້ງ​ທ່ານຫຼີ​ເຄີ້​ສຽງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ທ່ານ​ຢາງ​ສຽວ​ຕູ້ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​ລັດ​ຈີນ. ​ເລືອກ​ຕັ້ງທ່ານ​ສີວ໌ສີ​ລ້ຽງ, ທ່ານ​ຈ່າງ​ໂ​ຢ້ວເສຍ​​ໃຫ້ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ, ເລືອ​ກ​ຕັ້ງ​ທ່ານ​ໂຈ່ວ​ສຽງ ເປັນ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ທ່ານ​ຈ່າງ​ຈຸ່ນ ​ເປັນປະ​ທານ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.

ຫຼັງ​ຈາກ​ສຳ​ເລັດ​ວາ​ລະ​ປະ​ຊຸມ​ທຸກ​ປະ​ການ​ແລ້ວ, ທ່ານ​ຫຼີ​ເຄີ້​ສຽງ, ທ່ານ​ຢາງ​ສຽວ​ຕູ້ ແລະ​ທ່ານ​ອື່ນໆ​ໄດ້​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ