ໂທລະ​ເລກ​ຊົມ​ເຊີຍ​​ເຖິງ​: ສະຫາຍ ສີ ຈິ້​ນຜິ​ງ
2018-03-18 08:46:45  cri 

ໂທລະ​ເລກ​ຊົມ​ເຊີຍ
 
​​ເຖິງ​: ສະຫາຍ ສີ ຈິ້​ນຜິ​ງ 
ປະທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະນະ​ລັດ ປະຊາຊົນ​ຈີນ
ທີ່ ນະຄອນຫຼວງ​ປັກ​ກິ່ງ

ສະ​ຫາຍ ທີ່​ນັບຖື ​ແລະ ຮັກ​ແພງ,
 
​ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈາກກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 1 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ
​ທົ່ວ​ປະ​ເທດສະ​ໄໝ​ທີ XIII ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ ​ໃຫ້​ດຳລົງ​ຕຳແໜ່ງ​ເປັນ​ປະທານ​ປະ​ເທດ ​ແຫ່ງ
ສາທາລະນະ​ລັດ ປະຊາຊົນ​ຈີນອີກວາລະໜຶ່ງ, ຕາງໜ້າ​ໃຫ້​ ລັດຖະບານ ​ແລະ ປະ​ຊາ​ຊົນລາວ ກໍ​ຄື​ໃນ​ນາມ​ສ່ວນ​
ຕົວ, ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດ​ສົ່ງ​ຄວາມ​ຊົມ​ເຊີຍອັນອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງສະຫາຍ.
 
ການ​ເລືອກຕັ້ງ​ໃຫ້ ສະຫາຍ ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງອີກໜຶ່ງສະໄໝນີ້ ​ແມ່ນ​ເປັນ​ການສະແດງ​ເຖິງ​ຄວາມ​ໄວ້ເນື້ອ
ເຊື່ອໃຈ ແລະ ການ​ຕີ​ລາຄາ​ສູງ​ຂອງພັກ, ລັດ ​ແລະ ປະຊາ​ຊົນ​ຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການ
ຊີ້ນຳນຳພາທີ່ເຕັມໄປດ້ວຍປະສົບການອັນສູງສົ່ງ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງ
ສາພັດທະນາ ປະເທດຈີນ ຕາມ​ທິດ​ທາງ​ ແລະ ສີສັນພິເສດຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ວາງ​ອອກ.
 
   ຂ້າພະ​ເຈົ້າ ​ເຊື່ອໝັ້ນຢ່າງ​ໜັກແໜ້ນວ່າ ​ພາຍໃຕ້ການນຳພາອັນສະຫຼາດ​ສ່ອງໃສຂອງພັກກອມ ມູນິດຈີນທີ່ມີສະ
ຫາຍເປັນແກ່ນນຳນັ້ນ ຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ດ້ວຍທັດສະນະໃໝ່,  ແນວຄິດໃໝ່ ແລະຍຸດທະ
ສາດໃໝ່​ ເພື່ອປົກຄອງລັດ-ບໍລິຫານປະເທດ ມີຄວາມເຂັ້ມແຂງຮອບດ້ານ, ເຊິ່ງຈະເຮັດໃຫ້ພາລະກິດສ້າງສາສັງ
ຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ
ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍແຜນການພັດທະນາ 5 ປະການໃນໜຶ່ງດຽວ,  ຍຸດທະ
ສາດ 4 ຮອບດ້ານ ແລະ ເປົ້າໝາຍສູ້ຊົນ   " 100 ປີ 2 ເຫດການ " ແລະ ຄວາມຝັນຂອງຈີນ ໃນການຟື້ນຟູ
ຄວາມຮຸ່ງເຮືອງສີວິໄລຂອງເຊື້ອຊາດຈີນ, ສ້າງສາປະເທດຈີີນໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນ
ຮັ່ງມີຜາສຸກ, ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸ
ຕິທຳ ແລະ ສີວິໄລໃຫ້ປະກົດຜົນເປັນຈິງ ແລະ ຍຸດທະສາດ " ໜຶ່ງແລວ ໜຶ່ງເສັ້ນທາງ ",  ທີ່ສະຫາຍໄດ້ລິເລີ່ມ
ນັ້ນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະເທດຕ່າງໆໃນໂລກ ທີ່ພວມເກີດມີບັນດາກົນໄກການຮ່ວມ
ມືໃນພາກພື້ນຕ່າງໆຢ່າງເປັນຮູບປະທຳຢ່າງຕັ້ງໜ້າ ອັນໄດ້ເພີ່ມທະວີບົດບາດຂອງ  ສປ ຈີນໃຫ້ສູງເດັ່ນໃນການປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ
ແລະ ສາກົນ.
 
ຂໍ​ອວຍ​ພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ
ຕາມທິດ 4 ດີລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ ​- ຈີນ ຈົ່ງ​ໄດ້​ຮັບ​ການເສີມ​ຂະຫຍາຍ,
ແຕກດອກອອກຜົນຍິ່ງໆຂື້ນຕະຫລອດໄປ ​ເພື່ອພາລະກິດ​ສັນຕິພາບ ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ກໍ​ຄື​ໃນ​ໂລກ.
ອວຍພອນ​ໃຫ້ ສະ​ຫາຍ ຈົ່ງ​ມີ​ສຸຂະພາລານາໄມ​​ສົມບູນ, ມີ​ຄວາມ​ຜາ​ສຸກ ​ ແລະ ມີ​ຜົນສຳ​ເລັດ​ໃນພາລະກິດອັນສູງ
ສົ່ງ ແລະ ມີ​ກຽດ​ສະຫງ່າ​ຂອງ​ສະຫາຍ.
 
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 17 ມີນາ 2018
 
 
                     
                    ບຸນຍັງ ວໍລະຈິດ
  ປະທານປະ​ເທດ
ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

 
 
 
 
 
 
 
 
 
 
 
  
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ