ໂທລະ​ເລກ​ຊົມ​ເຊີຍເຖິງ: ສະຫາຍ  ຫວາງ ສີສ່ານ
2018-03-18 08:48:20  cri 
ໂທລະ​ເລກ​ຊົມ​ເຊີຍ
 
​ເຖິງ: ສະຫາຍ  ຫວາງ ສີສ່ານ, ຮອງ​ປະທານ​ປະ​ເທດ ​
ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ
ທີ່ ນະຄອນຫຼວງປັກ​ກິ່ງ

       ສະຫາຍ​ ທີ່​ຮັກ​ແພງ ​ແລ​ະ ນັບຖື,
 
   ​ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳແໜ່​ງ ​ເປັນ​ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາ
ລະນະ​ລັດ ປະຊາຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະ​ຊາ​ຊົນ​ລາວ ກໍ່ຄື ​ໃນ​ນາມ​ສ່ວນຕົວ, ຂ້າພະ​ເຈົ້າຂໍ​ສົ່ງ
​ຄວາມ​ຊົມ​ເຊີຍຢ່າງສຸດອົກສຸດໃຈ​ມາ​ຍັງ​ສະຫາຍ.

  ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ອັນ​ສູງ​ສົ່ງ​ນີ້ ​ເປັນການສະ​ແດງ​ເຖິງ​ຄວາມ​ໄວ້​ເນື້ອເຊື່ອໃຈ​ແລະການ
​ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ທີ່ມີຕໍ່​ບົດບາດ ແລະ ຜົນງານຂອງ ສະຫາຍ ທີ່ໄດ້ປະກອບສ່ວນ
ຢ່າງຕັ້ງໜ້າເຂົ້າ ໃນ​ພາລະກິດສ້າງສາພັດທະນາ ປະເທດ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ. 

   ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ແລະ
ເລຂາທິທິການໃຫຍ່ ສີ ຈີ້ນຜິງ ເປັນແກນນຳນັ້ນ, ລັດຖະບານກໍ່ຄື ປະຊາຊົນຈີນ ອ້າຍນ້ອງ ຈະບັນລຸບັນດາເປົ້າ
ໝາຍທີ່ວາງໄວ້ດ້ວຍຜົນສຳເລັດຢ່າງໃຫຍ່ຫລວງ ແລະ ຮອບດ້ານ.  ພ້ອມນັ້ນ, ກໍ່ຈະເຮັດໃຫ້ ສປ ຈີນ ມີບົດບາດ
ອັນສູງເດັ່ນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ການຮ່ວມມືເພື່ອການພັດ
ທະນາຢູ່ໃນພາກພື້ນ ແລະ ສາກົນ.  

   ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ       ລະຫວ່າງ ສປປ ລາວ
ແລະ ສປ ຈີນ ຈົ່ງໄດ້ຮັບການຂະຫຍາຍຕົວສູງຂື້ນເລື້ອຍໆ.

   ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາລານາໄມສົມບູນ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ
ໃນພາລະກິດອັນສູງສົ່ງຂອງສະຫາຍ.
    
                   ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 17 ມີນາ 2018
 
                     
                     ພັນຄຳ ວິພາວັນ
ຮອງປະທານປະ​ເທດ
ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ