ທ່ານ​ປູ​ຕິນ​ໄດ້​ຄະ​ແນນ​ສຽງຫຼາຍກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ
2018-03-19 09:58:53  cri 
ເວ​ລາ 22 ໂມງ20 ນາ​ທີ ຂອງ​ວັນ​ທີ 18 ມີ​ນາ​ນີ້ ຕາມ​ເວ​ລາ​ມົ​ສ​ກູ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​​ວ່າ: ໃນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 35% ​ທີ່​ໄດ້​ນັບ​ແລ້ວ​ນັ້ນ, ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຄົນ​ປັດ​ຈຸ​ບັນ​ໄດ້​ຮັບ​ຄະ​ແນ​ນ​ສຽງ​ເຖິງ 73,73% ຖື​ວ່າ​ຫຼາຍກວ່າ​ໝູ່​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງທັງ​ໝົດ, ສ່ວນ​ທ່ານປາ​​ເວ​ລ ກ​ຣູ​ດິ​ນິນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈາກ​ພັກ​ກອມ​ມູ​ນິດ​ຣັດ​ເຊຍ ໄດ້​ຄະ​ແນນ​ສຽງ 14,42% ເປັນ​ທີ​ສອງ, ທ່ານ​ຈີ​ຣິ​ນົ​ຟ​ສະ​​ກີ  ປະ​ທານ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຣັດ​ເຊຍ​ໄດ້ຄະ​ແນນ​ສຽງ 6,6% ເປັນ​ທີ​ສາມ.

ຕາມ​ກົດ​ລະ​ບຽບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ຜູ້​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ 50% ຂຶ້ນ​ໄປ​ຈະ​ໄດ້​ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ. ສຳ​ລັບ​ຜົນການ​ນັບ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ສຸດ​ທ້າຍຄາດ​ວ່າ​ຈະ​ເປີດ​ເຜີຍໃນ​ວັນ​ທີ 19 ມີ​ນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ