ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຕົກ​ລົງ​ແຕ່ງ​ຕັ້ງຄະ​ນະ​ລັດ​ຖະ​ບານ​ທ່ານ​ອື່ນໆ
2018-03-19 11:15:15  cri 
ວັນ​ທີ 19 ມີ​ນາ​ນີ້,ກອງ​ປະ​ຊຸມເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ລົງ​ຄ​ະ​ແນນ​ສຽງ​ແລ້ວ​​ໄດ້ຕົກ​ລົງ​​ແຕ່ງ​ຕັ້ງ ​ທ່ານ​ຫານ​ເຈິ້ງ,ທ່ານຊົນ​ຊຸນ​ລານ,ທ່ານ​ຫູ​ຊຸນ​ຮ​ວ໋າ,​ທ່ານຫຼິວ​ເຮີ້ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ແລະ​ແຕ່ງ​ຕັ້ງທ່ານ​ເວີ້ຍ​ເຟີ້ງ​ເຫີ,ທ່ານ​ຫວາງ​ຢົງ, ທ່ານ​ຫວາງ​ຢີ້, ທ່ານ​ຊ່ຽວ​ເຈ,ທ່ານ​ຈ້າວ​ເຄີ້​ຈື້​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ທີ່​ປຶກ​ສາ​ແຫ່ງ​ລັດ.

ກອງ​ປະ​ຊຸມ​ຄັ້ງ​ນີ້​​ຍັງ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ການ​ສະ​ເໜີ​ລາຍ​ຊື່​ຂອງ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ​ຕົກ​ລົງ​ແຕ່ງ​ຕັ້ງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ໃນ​​ບັນ​ດາກະ​ຊວງ​ຕ່າງໆ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕ່າງໆ, ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ, ປະ​ທານອົງ​ການກວດ​ສອບ​ແຫ່ງ​ລັດ, ​ຫົວ​ໜ້າ​ຄະ​ນະເລ​ຂາ​ທິ​ການ​ລັດ​ຖະ​ບານ.

ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົງ​ນາມ​ໃນ​ດຳ​ລັດ​ປ​ະ​ທານ​ປະ​ເທດ​ເລກ​ທີ 2, ແຕ່ງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານທ່ານ​ອື່ນໆ​ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ຈາກກອງ​ປະ​ຊຸມ​ຄັ້ງ​ນີ້​.

ຫຼັງ​ຈາກ​ສຳ​ເລັດ​ວາ​ລະ​ປະ​ຊຸມ​ທຸກ​ປະ​ການ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ແລ້ວ, ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທີ່​ປຶກ​ສາ​ແຫ່ງ​ລັດ​ໄດ້​ສາ​ບານ​ຕົວ​ຕໍ່​ລັດ​ຖະ​ທຳ​ມະ​ນູ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ