ລັດ​ຖະ​ມົ​ນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຄົນ​ໃໝ່​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ເປັນ​ເທື່ອ​ທຳ​ອິດ
2018-03-19 15:28:21  cri 

ຕອນ​ເຊົ້າ​ວັນ​ທີ 19 ມີ​ນາ​ນີ້,ຢູ່ "ຊ່ອງ​ທາງ​ລັດ​ຖະ​ມົນ​ຕີ"​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຫວາງ​ຈື້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ຄົນ​ໃໝ່​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈະ​ເຮັດ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນໂລ​ຊີ​ຂອງ​ໂລກ.

ທ່ານ​ຫວາງ​ຈື້​ກ່າງ​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຄົນ​ໃໝ່, ສິ່ງ​ສຳ​ຄັນ​ທີ່​ຕົນ​ພິ​ຈາ​ລະ​ນາ​ນັ້ນ​ຄື​ເຮັດ​ແນວ​ໃດ​ຈິ່ງ​ຈະ​ສາ​ມາດເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ກຳ​ລັງ​ການ​ຜະ​ລິດ​ທີ​ໜຶ່ງ​ເພື່ອເຮັດ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ທັນ​ສະ​ໄໝ​ຂອງ​ຈີນ.

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຄວນ​ຫັນ​ໜ້າ​ສູ່​ແນວ​ໜ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຫັນ​ໜ້າ​ສູ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ຊາດ, ຫັນ​ໜ້າ​ສູ່​ສະ​ໜາມ​ຮົບຫຼັກ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ຄວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ເພື່ອ​ໃຫ້​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ສາ​ມາດ​ມີ​ສ່ວນ​ຮ່ວມ​ ​ໃນ​ຂົງ​ເຂດ​ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃຫ້ຫຼາຍກວ່າ​ເກົ່າ ແລະ​ສ້າງ​ບັນ​ຍາ​ກາດ​ທີ່​ທົ່ວ​ສັງ​ຄົມ​ເຄົາ​ລົບ​ນັບ​ຖື​ຜູ້​ມີ​ຄວາມ​ຮູູ້​ຄວາມ​ສາ​ມາດ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ