ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຂອງຄະ​ນະ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13
2018-03-19 11:39:45  cri 
ຕອນ​ເຊົ້າ​ວັນ​ທີ 18 ມີ​ນາ​ນີ້, ຄະ​ນະ​ປະ​ທານ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ຕາມ​ຂໍ້​ກຳ​ນົດ​ຂອງ​ມາດ​ຕາ 62 ຂອ​ງ​ລັດ​ຖະ​ທຳ​ມະ​ນູນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນໄດ້​ສະ​ເໜີ​ລາຍຊື່​ຜູ້​ຈະ​ດຳ​ລົງ​ຕຳ​ແໜ່ງຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ບັນ​ດາ​ກະ​ຊວງ,ຫົວ​ໜ້າ​ບັນ​ດາ​ຄະ​ນະ​ກຳ​ມະ​ການ,ຜູ້​​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ,ຫົວ​ໜ້າອົງ​ການກວດ​ສອບ​ແຫ່ງ​ລັດແລະ​ເລ​ຂາ​ທິ​ການ​ໃຫຍ່,ເພື່ອໃຫ້​ກອງ​ປະ​ຊຸມ​ຕັດ​ສິນ​ແລະ​ແຕ່ງ​ຕັ້ງ.

​ຫຼັງ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຈາກກອງ​ປະ​ຊຸມ​ຄະ​ນະ​ປະ​ທານ​ແລ້ວ​ໄດ້​ຕົກ​ລົງ​ວ່າ: ​ຈະ​ສ​ະ​ເໜີ​​ລາຍ​ຊື່​ດັ່ງ​ກ່າວ​ໃຫ້​ບັນ​ດາ​ຄະ​ນະ​ຜູ້​ແທນພິ​ຈາ​ລະ​ນາຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ