ຈັດການ​ແຂ່ງ​ຂັນຫຸ່ນ​ຍົນຢູ່​ນະ​ຄອນ​ຊຽງ​ໄຮ
2018-03-19 11:42:53  cri 


ວັນ​ທີ 18 ມີ​ນາ​ນີ້, ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຫຸ່ນ​ຍົນ FIRST 2018 ທີ່​ຈັດ​ຂຶ້ນ​ຢູ່ສະ​ໜາມ​ກິ​ລາ​ຂອງສູນ​ກິ​ລາ​ນັກ​ສຶກ​ສາ​ຊຽງ​ໄຮ​ໄດ້​ດຳ​ເນີນ​ການກວດ​ກາ​ຫຸ່ນ​ຍົນ​ກ່ອນ​ຈະ​ລົງ​ແຂ່ງ​ຂັນຮອບ​ຊີງ​ຊະ​ນະ​ເລີດ. ໃນ​ມື້​ດັ່ງ​ກ່າວ, ຫຼັງ​ຈາກ​ການ​ແຂ່ງ​ຂັນ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ​ໄດ້​ອັດ​ລົງ​ຢູ່​ສະ​ໜາມ​ກິ​ລາ​ຂອງສູນ​ກິ​ລາ​ນັກ​ສຶກ​​ສາ​ຊຽງ​ໄຮ. ຫົວ​ຂໍ້​ຫຼັກຂອງ​ການ​ແຂ່ງ​ຂັນ​ຄັ້ງ​ນີ້​ແມ່ນ "​ເສີມ​ສ້າງ​ພະ​ລັງ​ງານ" ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ອົບ​ຮົມ​ສ້າງ​ຄວາມ​ສາ​ມາດ​ດ້ານ​ການ​ຊ່ວຍ​ເຫຼືອ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ລະ​ຫວ່າງ​ບັນ​ດາ​ທີມ​ນັກ​ກິ​ລາ ໂດຍ​ມີ 44 ທີມ​ຈາກ​ຈີນ,ໂປ​ໂລຍ​ແລະ​ອື່ນໆ​ໃນ​ໂລກ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ