ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ​ອາ​ຊຽນ-ອົ​ສ​ຕຼາ​ລີ​ອັ​ດ​ລົງ​ຢູ່​ຊິດ​ນີ
2018-03-19 16:22:20  cri 
ກອງ​ປະ​ຊຸມ​ສຸດຍອດ​​ວິ​ສາ​ມັ​ນ​ອາ​ຊຽນ-ອົ​ສ​ຕຼາ​ລີ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ​ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຊິດ​ນີ​ຂອງ​ອົ​ສ​ຕຼາ​ລີ​ໃນ​ວັນ​ທີ 18 ມີ​ນາ​ນີ້. ນີ້​ແມ່ນຄັ້ງ​ທຳ​ອິດ​ທີ່​ອົ​ສ​​ຕຼາ​ລີ​ເຊື້ອ​ເຊີນ​ຜູ້​ນຳ​ອາ​ຊຽນ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ໃນ​ຖາ​ນະ​ເປັນ​ເຈົ້າ​ພາບ.

ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ອອກ​ "ຖະ​ແຫຼງ​ການ​ຊິດ​ນີ" ​ໂດຍລະ​ບຸ​ວ່າ, ກອງ​ປະ​ຊຸມ​ສຸດຍອດວິ​ສາ​ມັນ​ຄັ້ງ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ອາ​ຊຽນ​ແລະ​ອົ​ສ​ຕຼາ​ລີ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ສາຍ​ພົວ​ພັນ​ນັບ​ມື້​ນັບ​ໃກ້​ຊິດກ​ວ່າ​ເກົ່າ.

ໃນ​ຂົງ​ເຂດ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ອາ​ຊຽນ​ແລະ​ອົ​ສ​ຕຼາ​ລີ​ໄດ້​ຮ່ວມລົງ​ນາມ​ໃນ​ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ" ໃນ​ວັນ​ທີ 17 ມີ​ນາ​ນີ້. ​ສຳ​ລັບຂົງ​ເຂດ​ເສດ​ຖະ​ກິດ, ສອງ​ຝ່າຍ​ກ່າວ​ຢ້ຳ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຄ້າ​ການ​ການ​ລົງ​ທຶນ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ບໍ່​ວ່າ​ແມ່ນ​ຮູບ​ການ​ໃດໆ, ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ.

ນອກ​ນີ້, ລັດ​ຖະ​ບານ​ອົ​ສ​ຕຼາ​ລີ​ເປີດ​ເຜີຍ​ໃນ​ວັນ​ທີ 18 ມີ​ນາ​ນີ້​ວ່າ, ຈະ​ສະ​ໜອງ​ທຶນ 23 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ອາ​ຊຽນ​ສ້າງ​ຕົວ​ເມືອງ​ແບບ​ສະ​ມາດ​ແລະ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ 5 ປີ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ