ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ເຖິງ​ແກ່​ກຳ
2018-03-19 16:28:14  cri 
ທ່ານຟາມວັນຄາຍ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໄດ້​ເຖິງ​ແກ່​ກຳ​ຢູ່​ເມືອງ​ໂຮ​ຈິ​ມິງ ​ພາກ​ໃຕ້​ຫວຽດ​ນາມ​ໃນ​ວັນ​ທີ 17 ມີ​ນາ​ນີ້, ​ລວມ​ອາ​ຍຸ​ໄດ້ 85 ປີ.

ທ່ານ​ຟາມ​ວັນ​ຄາຍຄ ແມ່ນ​ໜຶ່ງ​ໃນ​ຜູ້​ນຳ​ລະ​ດັບ​ສູງ​ຂອງ​ພັກ​ແລະ​ລັດ​ຫວຽດ​ນາມ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​​ປ່ຽນ​ແປງ​ໃໝ່ສັງ​ຄົມ​ນິ​ຍົ​ມ​ຫວຽດ​ນາມ, ໃນ​​ໄລ​ຍະ​ທີ່​ທ່ານ​ດຳ​ລົງຕຳ​ແໜ່ງ, ​ທ່ານ​ໄດ້​ຊຸກ​ຍູ້​ສ້າງ​ແລະ​ເຜີຍ​ແຜ່​ກົດ​ໝາຍກົດ​ລະ​ບຽບ​ຫຼາຍ​ສະ​ບັບ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ພາກ​ເອ​ກະ​ຊົນ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຫວຽດ​ນາມ.

ທ່ານ​ຟາມ​ວັນ​ຄາຍ ເກີດ​ຢູ່​ນະ​ຄອນ​ໂຮ​ຈິ​ມິງໃນ​ວັນ​ທີ 25 ທັນ​ວາ​ປີ 1933, ​ແລະ​ຮ່ວມ​ຂະ​ບວນ​ການ​ປະ​ຕິ​ວັດ​ໃນ​ປີ 1947, ​ທ່ານໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມື່ອ​ເດືອນ​ກັນ​ຍາ​ປີ 1997, ແລະ​ດຳ​ລົງ​ຕຳ​ແໜ່ງ​ອີກວາ​ລະ​ໜຶ່ງ​ເມື່ອ​ປີ 2002.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ