ການ​ສຶກສາ​ພາກ​ບັງຄັບ​ຂອງ​ເດັກ​ພິການ​ຈີນບັນລຸຫຼາຍ​ກວ່າ​ 90%
2018-03-19 16:03:30  cri 
ວັນ​ທີ 19 ມີນາ​ນີ້, ທ່ານ​ຫຼູຢົງ ຫົວ​ໜ້າ​ສະມາ​ຄົມ​ຄົນ​ພິການ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ການ​ສຶກສາ​ພາກ​ບັງຄັບ​ຂອງ​ເດັກ​ນ້ອຍ​ພິການ​ຈີນ​ບັນລຸຫຼາຍ​ກວ່າ 90%.

ທ່ານ​ຫຼູຢົ໋ງ​​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ໄລຍະ​ເຂົ້າ​ຮ່ວມກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ວ່າ: ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ເດັກ​ນ້ອຍ​ພິການ​ທີ່​ມີ​ອາຍຸ 0 ຫາ 6 ປີ​ຈຳນວນ 1, 68 ລ້ານ​ຄົນ, ​ໃນ​ນີ້ ມີ​ເດັກ​ນ້ອຍ​ຈາກ​ຄອບຄົວ​ທຸກ​ຍາກ 2 ​​ແສນ 2 ໝື່ນ​ຄົນ. ​ເພື່ອ​ຮັບປະກັນ​​ໃຫ້ເດັກ​ນ້ອຍພິການ​ສາມາດ​​ໄດ້ຮັບ​ການ​ສຶກສາ​ພາກ​ບັງຄັບ​​ເທົ່າທຽມ​ກັນ​ກັບ​ເດັກນ້ອຍປົກ​ກະຕິ, ລັດຖະບານ​ຈີນ​ໄດ້​ດັດ​​ແກ້ "ກົດ​ລະບຽບ​ການ​ສຶກສາ​ຂອງ​ຄົນ​ພິການ" ​ແລະ​ວາງແຜນການ​ຍົກ​ສູງ​ລະດັບ​ການ​ສຶກສາ​ພິ​ເສດ. ນອກຈາກ​ນີ້​ກໍ​ໄດ້​ສ້າງ​ຖານ​ຂໍ້​ມູນ​ໃຫຍ່ ​ເພື່ອ​ຊຸກຍູ້​​ໃຫ້ເດັກນ້ອຍ​ພິການ​ສາມາ​ດ​ເຂົ້າ​ຮຽນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ