ຜູ້​ນຳ​ຕ່າງ​ປະ​ເທດ​ຊົມ​ເຊີຍ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ
2018-03-19 16:02:13  cri 
    ຜູ້​ນຳ​ບາງ​ປະ​ເທດ​ແລະ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈຳ​ນວນ​ໜຶ່ງ ໄດ້​ສົ່ງ​ໂທ​ລະ​ເລກ​ມາ​ຍັງ​ທ່ານ ສີ​ຈິ້ນ​ຜິງ ເພື່ອ​ຊົມ​ເຊີຍ​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຢ່າງ​ອົບ​ອຸ່ນ.

    ສົມ​ເດັດ ໂນ​ໂຣ​ດົມ ສີ​ຫະ​ໂມ​ນີ ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ ຊົງ​ກ່າວ​ວ່າ, ຂ້າ​ພະເຈົ້າຂໍ​ຕາງ​ໜ້າ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ, ສະ​ພາ​ສູງ, ລັດ​ຖະ​ສະ​ພາ​ແລະ​ລັດ​ຖະ​ບານ​ກຳ​ປູ​ເຈຍ ແລະ​ໃນ​ນາມ​​ສ່ວນ​ຕົວ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ຢ່າງ​ອົບ​ອຸ່ນ​ທີ່​ສຸດ. ​ແລະ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼຽວ​ສະຫຼາດ​ຂອງ​ທ່ານ, ປະ​ເທດ​ຈີນ​ຈະ​ໄດ້​ຮັບ​ໝາກ​ຜົນ​ການ​ພັດ​ທະ​ນາ​ທີ່​ໃຫຍ່ຫຼວງ​ກວ່າ​ເກົ່າ, ນັບ​ມື້​ນັບ​ຈະ​ເລີນ​ຮຸ່ງ​ເຮືອງ, ມັ້ງ​ຄັ້ງ​ເຂັ້ມ​ແຂງ ແລະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ​ກໍ​ຄື​ພາກ​ພື້ນ.

    ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ກ່າວ​ວ່າ, ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ​ໄດ້​ຮັບ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເຕັມ​ສ່ວນ​ຈາກ​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ຄວາມ​ເຫັນ​ກວ້າງມອງ​ໄກ​ແລະ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ທ່ານ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ​ໃນ​ການ​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນ​ລຸເປົ້າ​ໝາຍ "ສອງ 100 ປີ", ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ມັ້ງ​ຄັ້ງ​ເຂັ້ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສີ​ວິ​ໄລ, ມີ​ຄວາມ​ກົມ​ກຽ​ວ​ປອງດອງ​ກັນ ແລະ​ສວຍ​ງາມ.

    ທ່ານ ລີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ກ່າວ​ວ່າ, ໃນ 5 ປີ​ທີ່​ຜ່ານ​ມາ, ໃນ​ທ່າມ​ກາງ​ສິ່ງ​ແວດ​ລ້ອມ​ສາ​ກົນ​ທີ່​ບໍ່​ຄັກ​ແນ່​ແລະ​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ, ທ່າ​ນ​ໄດ້​ນຳ​ພາ​ປະ​ເທດ​ຈີນ​ໄດ້​ຮັບ​ໝາກ​ຜົນ​ໃໝ່, ລັດ​ຖະ​ບານ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ໃຫຍ່ຫຼວງ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ທ່ານ, ປະ​ເທດ​ຈີນ​ຈະ​ສືບ​ຕໍ່​ກ້າວ​ໄປ​ສູ່​ການ​ບັນ​ລຸ​ເປົ້າ​ໝາຍ​ໃນ​ຍຸກ​ໃໝ່.

    ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ, ທ່ານ​ໄດ້​ໃຫ້​ຄຳໝັ້ນ​ສັນ​ຍາ​ອັນໝັ້ນ​ແກ່ນ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ການ​ນຳ​ພາ​ເພື່ອ​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ແລະ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ. ອົງ​ການ​ຕົນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ຊຸກ​ຍູ້​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ.

    ໂອ​ກາດ​ດຽວ​ກັນ​ນີ້, ເຈົ້າ​ຊຸນ​ຕັນ ຮາ​ຊັນ​ນາ ໂບ​ເກຍ ຂອງບ​ຣູ​ໄນ, ທ່ານ​ ຊາບ​ຄັດ ເມີ​ຈີ​ໂຢ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ອຸ​ສ​ເບ​ກີ​ສະ​ຖານ, ທ່ານ ບິດ​ເຮຍ ເດ​ວີ ບັນ​ດາ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ, ທ່ານ ຮາ​ລີ​ມາ ຢາ​ກົບ ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ ແລະ​ທ່ານ​ອື່ນໆ ກໍ​ໄດ້ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ມາ​ຍັງ​ທ່ານ​ ສີ​ຈິ້ນ​ຜິງ ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ