ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ບັນ​ລະ​ຍາຍ​ທັດ​ສະ​ນະ​ຄະ​ຕິ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ
2018-03-19 16:05:36  cri 
    ວັນ​ທີ 17 ມີ​ນານີ້, ທ່ານ ຫຼູ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ ໄດ້​ຢ້ຽ​ມ​ຢາມ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ປະ​ເທດ​ໄທ ເພື່​ອ​ບັນ​ລະ​ຍາຍກອງ​ປ​ະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ໄທ​ໃນ​ອະ​ນາ​ຄົດ ແລະ​ບັນ​ຫາ​ອື່ນໆ ໃຫ້​ຊຸດ​ອົບ​ຮົມ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນ​ຄົງ​ລະ​ດັບ​ສູງ​ຊຸດ​ທີ 9 ຂອງວິ​ທະ​ຍາ​ຄານ​ດັ່ງ​ກ່າວ.

    ທ່ານ ຫຼູ​ຈ້ຽນ ໄດ້​ບັນ​ລະ​ຍາຍ​ຢ່າງ​ເລິກ​ເຊິ່ງ​ແລະ​ລະ​ອຽດ​ໂດຍ​ປິ່ນ​ອ້ອມ​ບັນ​ຫາ​ຍ່ອຍ​ຕ່າງໆ ເປັນ​ຕົ້ນ: ເນື້ອ​ໃນ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ​ຂອງ "ຍຸກ​ໃໝ່", ໂອ​ກາດ​ທີ່​ນຳ​ມາ​ສູ່​ປະ​ເທດ​ອ້ອມ​ຂ້າງ, ຈະ​ເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື​ຈີນ-ໄທ ແລະ​ອື່ນໆ, ທັງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ ແລະ​ການ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຄົບ​ຮອບ 5 ປີ, ບັນ​ລະ​ຍາຍ​ທັດ​ສະ​ນະ​ຄະ​ຕິ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ຄື: ປະ​ດິດ​ສ້າງ​ໃໝ່, ປະ​ສານ​ສົມ​ທົບ​ກັນ, ສີ​ຂຽວ, ເປີດ​ປະ​ຕູ ແລະ​ຮ່ວມ​ກັນ​ຊົມ​ໃຊ້ ດ້ວຍ​ຂໍ້​ມູນ​ທີ່​ລະ​ອຽດ​ແລະ​ຕົວ​ຢ່າງ​ທີ່​ອຸ​ດົມ​ສົມ​ບູນ.

    ທ່ານ ຫຼູ​ຈ້ຽນ ເນັ້ນ​ວ່າ, ຈີນ​ຈະ​ອີງ​ຕາມ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ປະ​ກາດ​ໂດຍ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ, ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜັບ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ການ​ພັດ​ທະ​ນາ​ຂອງ​ຈີນ ເປັນ​ໂອ​ກາດ ແຕ່ບໍ່​ແມ່ນການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອ້ອມ​ຂ້າງ ແລະ​ເປັນ​ຄວາມ​ໂຊກ​ດີ​ສຳ​ລັບ​ອາ​ຊີ​ກໍ​ຄື​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ