ທ່ານ ປູ​ຕິນ ໄດ້​ຮັບ​ເລືອ​ກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ
2018-03-19 16:09:12  cri 
    ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 19 ມີ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ ໄດ້​ເປີດ​ເຜີຍ​ຜົນ​ການ​ລົງ​ຄະ​ແນນ​ສຽງ 95% ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຕົນ, ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ໄດ້​ຮັບ​ຄະ​ແນນ​ສຽງ 76,56% ເຊິ່ງ​ສູງກວ່າ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຜູ້​ອື່ນໆ​ຢ່າງຫຼວງຫຼາຍ, ສະ​ນັ້ນ, ຈຶ່ງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ນີ້​.

    ໂອກ​າດນີ້, ທ່ານ ປູ​ຕິນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະຫຼອງ​ຢູ່​ໃກ້​ສະ​ໜາມແດງ​ທີ່​ມົ​ສ​ກູ​, ທ່ານ​ກ່າວວ່າ: "ມື້ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ​ຂອງ​ຣັດ​ເຊຍ ລ້ວນ​ແຕ່​ຂຶ້ນ​ກັບ​ທີມ​ດຽວ​ກັນ ຄື​ທີມ​ຊາດ​ຣັດ​ເຊຍ. ສິ່ງ​ທີ່​ສຳ​ຄັນ​ແມ່ນ ພວກ​ເຮົາ​ຕ້ອງ​ຮັກ​ສາ​ຄວາມ​ສ​າ​ມັກ​ຄີ​ແລະ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ. ຣັດ​ເຊຍ​ຈະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທັງ​ໝົດ ແລະ​ແກ້​ໄຂ​ບັນ​ຫາ​ທຸກ​ປະ​ເພດ​ທີ່​ຊາດ​ຜະ​ເຊີນ."

    ຫຼັງ​ຈາກນັ້ນ​, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຂອງ​ຕົນ, ທ່ານ ປູ​ຕິນ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ບັນ​ດາ​ປະ​ເທດ​ວ່າ, ຣັດ​ເຊຍ​ຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ທຸກ​ປະ​ເທດ​ໃນ​ທະ​ວີບ​ຕ່າງໆ​ຢ່າງ​ຕັ້ງ​ໜ້າ ແລະ​ຈາກນັ້ນ​ຈະ​ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ