ການ​ຝຶກ​ອົບ​ຮົມ​ເຕັກ​ນິກ​ຍົນ​ບໍ່​ມີ​ຄົນ​ຂັບ​ຊ່ວຍ​ຄຸ້ມ​ຄອງ​ເຄື່ອງ​ປູກ​ຍາມ​ລະ​ດູ​ໃບ​ໄມ້​ປົ່ງ
2018-03-20 16:07:31  cri 

ວັນ​ທີ 19 ມີ​ນາ​ນີ້,ຊາວ​ກະ​ສິ​ກອນ​ຂອງ​ບ້ານ​ຊີ່​ຊິນ​ຕ້ຽນ​ນະ​ຄອນ​ໂປ​ໂຖ​ແຂວງ​ເຮີ​ເປີຍ​ກຳ​ລັງ​ຝຶກ​ ​ບັນ​ຊາ​ຍົນ​ບໍ່​ມີ​ຄົນ​ຂັບ​ຢູ່​ສະ​ຖານ​ທີ່​ຝຶກ​ອົບ​ຮົບ​ເຕັກ​ນິກ​ບັນ​ຊາ​ຍົນບໍ່​ມີ​ຄົນ​ຂັບ​ເພື່ອ​ປົກ​ປັກ​ຮັກ​ສາ​ພືດ​ກະ​ສິ​ກຳ.ໄລ​ຍະ​ນີ້ເປັນ​ໄລ​ຍະຄຸ້ມ​ຄອງ​ບົວ​ລະ​ບັດ​ເຂົ້າ​ວີດ​ລະ​ດູ​ໜາວ​ຢູ່​ທົ່ງ​ພຽງ​ພາກ​​ເໜືອ​ຈີນ. ສະ​ນັ້ນ,ໜ່ວຍ​ງານກະ​ສິ​ກຳ​ຂອງ​ນະ​ຄອນ​ໂປ​ໂຖ​ແຂວງ​ເຮີ​ເປີຍ​ໄດ້​ປະ​ສານ​ສົມ​ທົບ​ກັບ​ອົງ​ການ​ບໍ​ລິ​ການ​ປົກ​ປັກ​ຮັກ​ສາ​ພືດ​ກະ​ສິ​ກຳ​ດ້ວຍ​ຍົນ​ບໍ່​ມີ​ຄົນ​ຂັບ​ໃນ​ການ​ຝຶ​ກ​ອົບ​ຮົມ​ເຕັກ​ນິກ​ບັນ​ຊາ​ຍົນ​ບໍ່​ມີ​ຄົນ​ຂັບ​ເພື່ອປົກ​ປັກ​ຮັກ​ສາ​ພືດ​ກະ​ສິ​ກຳ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ເພື່ອ​ຮັບ​ປະ​ກັນ​​ໃຫ້ຊາວ​ກະ​ສິກ​ອນ​ໄດ້​ຮັບ​ປະ​ລິ​ມານ​ການ​ຜະ​ລິດ​ຢ່າງ​ຫຼວງຫຼາຍແລ​ະມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ