ຕົ້ນດອກທີວລິບ 7 ລ້ານກວ່າ​ຕົ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ​ກຳ​ລັງແຂ່ງ​ຂັນ​ກັນ​ເບັ່ງບານ
2018-03-20 14:46:34  cri 


ໃນ​ເດືອນ​ມີ​ນາ​ທີ່​ກົງກັບ​ລະ​ດູ​ໃບ​ໄມ້​ປົ່ງ ດອກ​ໄມ້​ຊະ​ນິດ​ຕ່າງໆ​ແຂ່ງ​ຂັນກັນ​ເບັ່ງບານ. ຢູ່​ສວນ​ສະ​ໜຸກ​ດອ​ກ​ໄມ້​ໂຮນ​ລັງ​ທີ່​ຕັ້ງ​ຢູ່​ຕາ​ແສງ​ມູ້​ລຽງ​ເຂດ​ນານ​ຊ່ວນ​ຂອງ​ນະ​ຄອນ​ຈຸ່ງ​ກິ່ງ, ຕົ້ນ​ດອ​ກ​ທີວ​ລິບ 7 ລ້ານກວ່າ​ຕົ້ນ​ໄດ້​ແຂ່ງ​ຂັນ​​ກັນ​ເບັ່ງບານ,ດອກ​ໄມ້​ຫຼາກ​ຫຼາຍ​ສີ​ສັນ​ໄດ້​ກາຍ​ເປັນ​ທະ​ເລ​ແຫ່ງດອກ​ໄມ້. ຂ່າວ​ແຈ້ງວ່າ, ແກ່ນ​ຕົ້ນ​ດອກ​ໄມ້​ເຫຼົ່າ​ນີ້​ລ້ວນ​ແຕ່​​ນຳ​ເຂົ້າ​ມາຈາກ​ໂຮນ​ລັງ​ທີ່​ເປັນ​ປະ​ເທດ​ແຫ່ງ​ດອກ​ທີວ​ລິບ​ຂອງ​ເອີ​ຣົບ. ຢູ່​ໃນ​ສວນ​ມີ​ດອກ​ໄມ້​ປະ​ເພດ​ຫາ​ຍາກ​​ກຳ​ລັງ​ເບັ່ງບານ​ໃຕ້​ແສງ​ຕາ​ເວັນ​ລະ​ດູ​ໃບ​ໄມ້​ປົ່ງ,ນອກ​ນີ້​ຍັງ​​ມີສິ​ລະ​ປະ​ການ​ຈັດດອກ​ໄມ້​ໃນ​ເຮືອນ​ແກ້ວ​ທີ່​ມີຫຼາກ​ຫຼາ​ຍ​ສີ​ສັນ​ແລະ​ໜ້າ​​ເບິ່ງ​ໜ້າ​ຊົມ​ຢ່າງ​ຫຼວງ​ຫຼາຍ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ