ນາ​ຍົກ​ຈີນ​ກ່າວ​ວ່າ: ແຜ່ນ​ດິນ​ໃຫຍ່​ຈີນ​ບໍ່​ສາ​ມາດ​ອົດ​ທົນ​ຕໍ່ເຈດ​ຈຳ​ນົງ​ແລະ​ຈຸດ​ຢືນ​ໃດໆທີ່ຈະ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ
2018-03-20 15:20:16  cri 
ວັນ​ທີ 20 ມີ​ນາ​ນີ້, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຢູ່​ປັກ​ກິ່​ງວ່າ: ແຜ່ນ​ດິນ​ໃຫຍ່​ຈີນ​ບໍ່​ສາ​ມາດ​ອົດ​ທົນ​ຕໍ່ເຈດ​ຈຳ​ນົງ​ແລະ​ຈຸດ​ຢືນ​ໃດໆ​ທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ ແລະ​ກໍ່​ບໍ່ອະ​ນຸ​ຍາດ​ໃຫ້​ກຳ​ລັງ​ຕ່າງ​ປະ​ເທດເຂົ້າ​ແຊກ​ແຊງໃນ​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ.

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ຕື່ມ​ວ່າ: ການ​ຮັກ​ສາ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ແມ່ນ​ແຫຼ່ງ​ທີ່​ມາ​ແຫ່ງຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ຝັ່ງ​ຊ່ອງ​ແຄບ,ແຜ່ນ​ດິນ​ໃຫຍ່​ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ຂະ​ນະ​ດຽວ​ກັນ​ກໍ່​ຍິນ​ດີ​ປຶກ​ສາ​ຫາ​ລື​ແລະສົນ​ທະ​ນາ​ກັບ​ພັກ​ການ​ເມືອງ​ແລະ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຂອງ​ໄຕ້​ຫວັນ​ທີ່​ເຫັນ​ພ້ອມ​ "ຄວາມ​ເປັນ​ເອ​ກະ​ພາ​ບ​ກັນ​ປີ 1992" ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຫຼັກ​ການ​ຈີນ​ດຽວ,ຮ່ວມ​ກັນ​ຫາ​ລື​ແກ້​ໄຂ​ບັນ​ຫາ​ທີ່​ພີ່​ນ້ອງ​ຮ່ວມ​ຊາດສອງ​ຝັ່ງ​ຊ່ອງ​ແຄບ​ສົນ​ໃຈ​ຮ່ວມ​ກັນ,ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ການພັດ​ທະ​ນາ​ໂດຍ​ສັນ​ຕິ,ແລະໃນ​ທີ່​ສຸດ​ຕ້ອງ​ບັນ​​ລຸ​ການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ