ອົງ​ການໄອ​ຍະ​ການ​ຂອງສ.ເກົາ​ຫຼີ ຮ້ອງ​​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ຈັບ​ຕົວ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ
2018-03-20 15:31:44  cri 
ວັນ​ທີ 19 ມີ​ນາ​ນີ້, ອົງ​ການ​ໄອ​ຍະ​ການ​ຂອງ​ສູນ​ກາງ​ເຊ​ອູນ​ປະ​ເທດ​ ສ.ເກົາ​ຫຼີ​ໄດ້​ຮ້ອງ​ຂໍ​ໃຫ້​ສານ​ຈັບ​ຕົວ​ທ່ານ ລີ​ມຽງ​ບັກ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ແລະ​ສານຈະ​ພິ​ຈາ​ລະ​ນາ​ແລະ​ຕັດ​ສິນ​ຈະ​ອອກ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ ລີ​ມຽງ​ບັກ​ ຫຼື​ບໍ່. ຂ່າວ​ແຈ້ງວ່າ: ສານ​ຂອງ​ ສ.ເກົາ​ຫຼີ ຈະ​ປະ​ກາດ​ຜົນ​ການ​ຕັດ​ສິນ​ໄວ​ທີ່​ສຸດໃນ​ວັນ​ທີ 21 ມີ​ນາ​ນີ້.

ເຈົ້າ​ໜ້າ​ທີ່ໄອ​ຍະ​ການ​ຂອງ​ ສ.ເກົາ​ຫຼີ ກ່າວ​ວ່າ: ທ່ານ ລີ​ມຽງ​ບັກ​ຖືກ​ສົງ​ໄສ​​ວ່າຮັບ​ສິນ​ບົນ​ 11 ຕື້ວອນ ຫຼື ປະ​ມານ 10.350.000 ໂດ​ລາ​ສະ​ຫະ​ລັດ,ເພື່ອສ້າງ​ມູນ​ນິ​ທິ​ລັບ​ທີ່​ມີ​ເງິນ​ປະ​ມານ 35 ຕື້ວອນ ຫຼື ປະ​ມານ 32.930.000 ໂດ​ລາ​ສະ​ຫະ​ລັດໂດຍ​ຜ່ານ​ບໍ​ລິ​ສັດ DAS ທີ່ຄຸ້ມ​ຄອງ​ໂດຍ​ວິ​ສາ​ຫະ​ກິດ​ຜະ​ລິດ​ຊີ້ນ​ສ່ວນ​ອາ​ໄຫຼ່​ລົດ.

ຕາມ​ໃບ​ຮ້ອງ​ຂໍ​ຄຳ​ສັ່ງ​ຈັບ​ຕົວ​ທີ່​ເຈົ້າ​ໜ້​າ​ທີ່​ໄອ​ຍະ​ການ​ຍື່ນ​ໃຫ້​ສານ, ທ່ານ ລີ​ມຽງ​ບັກ​ໄດ້​ຖືກ​ສົງ​ໄສ​ຕ້ອງ​ໂທດ 12 ລາຍ​ການ ເຊິ່ງ​ລວມ​ທັງ​ການ​ຮັບ​ສິນ​ບົນ,ຍັກ​ຍອກ​ເງິນ​ຫຼວງ,ໜີ​ພາ​ສີ​ແລະ​ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ