ລົມ​ພາ​ຍຸ​ເຂດ​ຮ້ອນ​​ຈະພັດ​ຖະ​ຫຼົ່ມ​ຫຼາຍ​ແຫ່ງ​ຂອງ​ໄທ
2018-03-20 15:32:33  cri 
ວັນ​ທີ 19 ມີ​ນາ​ນີ້, ກົມ​ອຸ​ຕຸ​ນິ​ຍົມ​ຂອງ​ໄທ​ໄດ້​ປະ​ກາດ​ແຈ້ງເຕືອນ​ໄພ​ສຸກ​ເສີນ​ວ່າ​: ລະ​ຫວ່າງ​ວັນ​ທີ 20 ຫາ​ວັນ​ທີ 23 ມີ​ນາ​ນີ້, ຢູ່​ຫຼາຍ​ແຫ່ງ​ຂອງ​ໄທ​​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລົມ​ພາ​ຍຸ​ເຂດ​ຮ້ອນ.

​ກົມອຸ​ຕຸ​ນິ​ຍົມ​ຄາດ​ຄະ​ເນ​ວ່າ: ແຕ່​ວັນ​ທີ 20 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ລົມ​ພາ​ຍຸ​ເຂດ​ຮ້ອນ​ຈະ​ພັດຈາກ​ພາກ​​ຕາ​ເວັນ​ອອກ​ສຽງ​ເໜືອ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ແຜ່​ລາມ​ໄປ​ຮອດ​ພາກ​ເໜືອ,ພາກ​ກາງ​,ນະ​ຄອນ​ຫຼວງ​ບາງກອກ​ກໍ່​ຄື​ເຂດ​ອ້ອ​ມ​ຂ້າງຢ່າງວ່ອງ​ໄວ,ໃນ​ນີ້,ບາງ​ເຂດ​ຈະ​ເກີດ​ມີ​ຝົນ​ຕົກ​ຟ້າ​ຄະ​ນອງ,ລົມ​ພັດ​ແຮງ,ໝາກ​ເຫັບ​,ຕົກຟ້າ​ແມບ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ