ປິດກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ບໍ່​ມີ​ກຳ​ລັງ​ໃດໆ​ສາ​ມາດ​ສະ​ກັດ​ກັ້ນ​ບາດ​ກ້າວ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຕົນ
2018-03-20 14:20:30  cri 

ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13 ​ໄດ້​ປິດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ມີ​ນາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ຄັ້ງ​ທຳ​ອິດ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກ​ວາ​ລະ​ໜຶ່ງ, ​ທ່ານກ່າວ​ວ່າ​ຈະ​ປະ​ຕິ​ບັດ​ ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລັດຖະ​ທຳ​ມະ​ນູນມອບ​ໃຫ້​ຢ່າງ​ຊື່​ສັດ​ຕະ​ຫຼອດ​ໄປ, ຮັບ​ໃຊ້​ປະ​ຊາ​ຊົນ​ແລະ​ໄດ້​ຮັບ​ການ​ຕິດ​ຕາມ​ຈາກ​ປະ​ຊາ​ຊົນ​. ທ່ານ​ກ່າວ​ເນັ້ນ​ວ່າ, ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່​ຂຶ້ນ​ກັບ​ປະ​ຊາ​ຊົນ​ຈີນ​ທຸກ​ຄົນ, ​ພຽງແຕ່​ປະ​ຊາ​ຊົນ​ຈີນ​ສາ​ມັກ​ຄີ​ປອງດອງ​ແລະ​ສູ້​ຊົນ​ຮ່ວມ​ກັນ, ຈະ​ບໍ່​ມີ​ກຳ​ລັງ​ໃດໆ​ສາ​ມາດ​ສະ​ກັດ​ກັ້ນບາດ​ກ້າວ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຕົນ. ຕໍ່​ໄປ​ເຊິ່ງ​ຟັງ​ລາຍ​ງານ​ລະ​ອຽດ:

"ການ​ທີ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ທີ່​ສູງ​ສົ່ງ, ມີ​ພາ​ລະ​ກຳ​ສະ​ຫງ່າ​ງາມ, ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ສຳ​ຄັນ​ຍິ່ງ. ຂ້າ​ພະ​ເຈົ້າ​ຈະເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ, ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລັດ​ຖະ​ທຳ​ມະ​ນູນມອບ​ໃຫ້​ຢ່າງ​ຊື່​ສັດ, ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ, ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ເຮັດ​ວຽກ​ໃຫ້​ດີ, ອຸທິດ​ຕົວ​ຢ່າງ​ບໍ​ລິ​ສຸດ​ໃຈ, ຮັບ​ໃຊ້​ປະ​ຊາ​ຊົນ​ແລະ​​ຮັບ​ການ​ຕິດ​ຕາມ​ຈາກ​ປະ​ຊາ​ຊົນ, ບໍ່ເຮັດ​ໃຫ້​ຜິດ​ຫວັງ​ຕໍ່​ຄວາມ​ເຊື່ອ​ໝັ້ນ​ຂອ​ງ​ບັນ​ດາ​ຜູ້​ແທນ​ແລະ​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ​​ໃນ​ທົ່ວ​ປະ​ເທດ."

ໃນ​ພິ​ທີປິດກອງ​ປະ​ຊຸມ​ຄັ້ງ​​ນີ້, ທ່ນ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ກັບ​ຜູ້​ແທ​ນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປະ​ມານ 3000 ຄົນ. ວັນ​ທີ 17 ມີ​ນາ​ນີ້​ໃນ​ການ​ເລືອກ​ຕັ້ງ​ປະ​ທານ​ປະ​ເທດ​ຈີນ, ທ່ານ​ສີ​ຈິ້​ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ດ້ວຍ​ບັດ​ເຫັນ​ດີ​ທັງ​ໝົດ, ບັນ​ດາ​ຜູ້​ແທນ​ທັງ​ໝົດ​ໄດ້​ອວຍ​ພອນ​ທ່ານ​​ໂດຍ​ການຕົບ​ມື​ແລະຮ້ອງ​ເຊຍ​ດ້ວຍ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ.

ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ, ໄດ້​ກ່າວ​ເຖິງ "ປະ​ຊາ​ຊົນ" ​ຕະ​ຫຼອດ. ທ່ານ​ໄດ້​ເຕືອນ​ໃຫ້​ພະ​ນັກ​ງານ​ອົງ​ການລັດ​ທຸກ​ຄົນ ບໍ່​ວ່າ​ຕຳ​ແໜ່ງ​ຈະ​ສູງ​ເທົ່າ​ໃດ​ກໍ່​ຕາມ, ລ້ວນ​ແຕ່​ຕ້ອງ​ຈື່​ຈຳ​ປະ​ເທດ​ຕົນ​ແມ່ນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,ຕ້ອງ​ຖື​ປະ​ຊາ​ຊົນ​​ໄວ້​ຢູ່​ຖາ​ນະ​ສູງ​ທີ່​ສຸດ​ໃນ​ຈິດ​ໃຈ​ຂອງ​ຕົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃ​ຈ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ,ພະ​ຍາ​ຍາມ​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ໃນ​ຄຳ​ປາ​ໄສ, ທ່ານ ສີ​ຈິ້ນ​ຜິງ ໄດ້​ທົບ​ທວນ​ຄືນ​ອາ​ລະ​ຍະ​ທຳຂອງ​ຊົນ​ຊາດ​ຈີນ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ເປັນ​ເວ​ລາ​ຫຼາຍ​ພັນ​ປີ, ທ່ານ​ກ່າວ​ເນັ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ໄດ້​ອົບ​ຮົມ​ສ້າງ​,ສືບ​ທອດ​ແລະ​ພັດ​ທະ​ນາ​ຈິດ​ໃຈ​ຊົນ​ຊາດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ສູ້​ຊົນ​ໄລ​ຍະ​ຍາວ ເຊິ່ງ​ໄດ້​ສະ​ໜອງ​ພະ​ລັງ​ຈິດ​ໃຈ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ຄວາມ​ກ້າວ​ໜ້​າ​ຂອງອາ​ລະ​ຍະ​ທຳ​ມວນ​ມະ​ນຸດ. ປະ​ຊາ​ຊົນ​ຈີນ​​ເປັນ​ປະ​ຊາ​ຊົນ​ທີ່​ມີ​ຈິດ​ໃຈ​​ແຫ່ງ​ການປະ​ດິດ​ສ້າງ​ທີ່​ຍິ່ງ​ໃຫຍ່,ຈິດ​ໃຈ​​ສູ້​ຊົນ​ທີ່​ຍິ່ງ​ໃຫຍ່,ຈິດ​ໃຈ​ສາ​ມັກ​ຄີ​ທີ່​ຍິ່ງ​ໃຫຍ່ແລະຈິດ​ໃ​ຈ​ແຫ່ງ​ຄວາມ​ຝັນ​ທີ່​ຍິ່ງ​ໃຫຍ່.
"ທ່ານ​ກ່າວ​ວ່າ:ປະ​ຊາ​ຊົນ​ຈີນ​ເຊື່ອໝັ້ນ​ວ່າ:ບໍ່​ວ່າໜ່ວຍ​ພູ​ຈະ​ສູງ​ຊ່ຳໃດ,ແຕ່​ຖ້າ​ຢາກ​ປີນ​ຂຶ້ນຍອດ​ພູ,​ກໍ່ຈະ​ຂຶ້ນ​ຮອດໄດ້ຢ່າງ​ແນ່ນອນ;ບໍ່​ວ່າ​​ເສັ້ນ​ທາງ​ຈະ​ຍາວຊ່ຳ​ໃດ,ພະ​ຍາ​ຍາມ​ຍ່າງ​ກໍ່​ຈະ​ສາ​ມາດ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ​ໄດ້. ໃນ​ສັດ​ຕະ​ວັດ​ມໍ່ໆ​ມານີ້, ການ​ບັນ​ລຸ​ຄວາມ​ຈະ​ເລີນ​​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ໄດ້​ກາຍ​ເປັນ​ຄວາ​ມ​ຝັນ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ,ປະ​ຊາ​ຊົນ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ແລະ​ມີ​ຈິດ​ໃຈ​ອົດ​ທົນ​​ທໍ​ລະ​ມານລຳ​ບາກ,ຖື​ຈິດ​ໃຈ​ຕໍ່​ສູ້​ກັບ​ສັດ​ຕູ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຄວາມ​ຕັດ​ສິນ​ໃ​ຈ​ໃນ​ການ​ຟື້ນ​ຕົວ​ຂຶ້ນບົນ​ພື້ນ​ຖານ​ກຳ​ລັງ​ຂອງ​ຕົນ,ຄວາມ​ສາ​ມາດ​ທີ່​ຢືນ​ຢູ່​ຄຽງ​ຂ້າງກັບ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ,ແລະໄດ້​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວ​ລາ 170 ກວ່າ​ປີເພື່ອ​ບັນ​ລຸ​ຄວາມ​ຝັນ​ທີ່​ຍິ່ງ​ໃຫຍ່​ດັ່ງ​ກ່າວ. ​ປັດ​ຈຸ​ບັນ,ປະ​ຊາ​ຊົນ​ຈີນ​​ຍິ່ງມີ​ຄວາມ​ໝັ້ນ​ໃຈ,​ມີ​ຄວາມ​ສາ​ມາດແລະ​ຍິ່ງ​ໃກ້​ກັບ​ເປົ້າ​ໝາຍ​ຂອງ​ການ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​ຈີນ​ບໍ່​ວ່າ​ທຽບ​ກັບໄລ​ຍະ​ໃດໆ​ໃນ​ປະ​ຫວັດ​ສາດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ:ຂໍ​ພຽງ​ແຕ່​ປະ​ຊາ​ຊົນ​ຈີນ 1.300.000.000 ກວ່າຄົນ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ແຫ່ງຄວາມ​ຝັນ​ທີ່​ຍິ່ງ​ໃຫຍ່​ແບບ​ນີ້,ພວກ​ເຮົາ​ກໍ່​ຈະ​ສາ​ມາດ​ບັນ​ລຸ​ຄວາມ​ຈະ​ເລີນ​​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ໄດ້​ຢ່າງ​ແນ່ນອນ.​"

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ​ສິດ​ອຳ​ນາດ​​ທັງ​ໝົດຂອງ​ຊາດ​ເປັນ​ຂອງ​ປະ​ຊາ​ຊົນ. ປະ​ຊາ​ຊົນ​ມີ​ຄວາມ​ໝັ້ນ​ໃຈ, ປະ​ເທດ​ຊາດ​ຈິ່ງ​ມີ​ອະ​ນາ​ຄົດ ແລະ ຊົນ​ຊາດ​ຈິ່ງ​ມີ​ພະ​ລັງ​ແຮງ.

ຄວນ​ຖື​ເອົາ​ເລື່ອງ​ທີ່​ປະ​ຊາ​ຊົນ​ສະ​ໜັບ​ສະ​ໜູນຫຼື​ບໍ່, ເຫັນ​ດີຫຼື​ບໍ່ ແລະ ພໍ​ໃຈຫຼື​ບໍ່ ເປັນ​ມາດ​ຕະ​ຖານ​ກົກ​ຮາກ​ໃນ​ການ​ຊັ່ງ​ຊາ​ຕີ​ລາ​ຄາ​ທຸກວຽກ​ງານ, ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ຜົນ​ປະ​ໂຫຍດ​ທີ່​ປະ​ຊາ​ຊົນ​ສົນ​ໃຈ​ທີ່​ສຸດ, ພົວ​ພັນ​ກັບ​ປະ​ຊາ​ຊົນ​ໂດຍ​ກົງ​ທີ່​ສຸດ ແລະ ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ ແລະ ລູກຫຼານ​ປະ​ຊາ​ຊາດ​ຈີນ​ແບ່ງ​ປັນ​ຄວາມ​ສຸກ ແລະ ກຽດ​ສັກ​ສີ​ຮ່ວມ​ກັນ ໃນ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​​ເປົ້າ​ໝາຍ​ຍິ່ງ​ໃຫຍ່ ແຫ່ງ​ການ​ສູ້​ຊົນ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃນ​ໄລ​ຍະ​ສຸດ​ທ້າຍ, ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ ແລະ ບັນ​ລຸ​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ເພື່ອ​ເຮັດ​ໃຫ້​ແຜນ​ການ​ດັ່ງ​ກ່າວ​ບັນ​ລຸ​ຄວາມ​ເປັນ​ຈິງ ເປັນ​ການ​ເດີນ​ທັບ​ທາງ​ໄກ​ບັ້ນ​ໃໝ່ ແລະ ຈະ​ມີ​ຈິດ​ໃຈ​ລົດ​ລະ​ບໍ່​ໄດ້​ຢ່າງ​ເດັດ​ຂາດ. ຈະ​ບໍ່​ສາ​ມາດ​ພໍ​ໃຈ​ຕໍ່​ສະ​ພາບ​ປັດ​ຈຸ​ບັນ, ບໍ່​ສາ​ມາດ​ຢູ່​ສະ​ໜຸ​ກສຸກ​ສະ​ບາຍ ແລະ ຫຼົງ​ລືມ​ໜ້າ​ທີ່​ຂອງ​ຕົນ, ​ບໍ່​ຄວນລືມ​ອຸ​ດົມ​ການ, ​ຄວນຈົດ​ຈຳ​ພາ​ລະ​ກຳ ແລະ ບາກ​ບັ່ນ​ສູ້​ຊົນ. ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ ດ້ວຍ​ຄວາມ​ພະ​ຍາ​ຍາມຫຼາຍກວ່າ​ເກົ່າ ແລະ ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງກວ່າ​ເກົ່າ; ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ຊຸກ​ຍູ້​ໃຫ້​ລະ​ບົບ​ ແລະ ຄວາມ​ສາ​ມາດ​ປົກ​ຄອງ​ປະ​ເທດ​ຫັນ​ເປັນ​ແບບ​ທັນ​ສະ​ໄໝ; ເລັ່ງ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ເຂັ້ມ​ແຂງ​ດ້ານ​ວັດ​ທະ​ນະ​ທຳ; ຮັບ​ປະ​ກັນ​ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ເອົາ​ຊະ​ນະ​ການ​ແກ້​ໄຂ​ບັນ​ຫາຄວາມ​ທຸກ​ຍາກ​ຢ່າງ​ເດັດ​ຂາດ ແລະ ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳ ແລະ ຄວາ​ເ​ປັນ​ທຳທາງ​ສັງ​ຄົມ; ຊຸກ​ຍູ້​ການ​ສ້າງ​ສາ​ຄວາມ​ສີ​ວິ​ໄລ​​ທາງ​ລະ​ບົບ​ນິ​ເວດ, ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ເດັດ​​ຂາດຕໍ່​ກອງ​ທັບ​ປະ​ຊາ​ຊົນ​ຂອງ​ພັກ, ເລັ່ງ​ສ້າງ​ລະ​ບົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ເປັນ​ລະ​ດັບ​​ທີ່ນຳ​ໜ້າ​ຂອງ​ໂລກ. ຕ້ອງ​​ຜັນ​ຂະ​ຫຍາຍທິດ​ທາງ "ປະ​ເທດ​ດຽ​ວ​ສອງ​ລະ​ບອບ", "ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ", "ຊາວ​ມາ​ເກົາ​ປົກ​ຄອງ​ມາ​ເກົາ" ແລະ "ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ" ຢ່າງ​ຮອບ​ດ້ານ ແລະ ຖືກ​ຕ້ອງ, ຍຶດ​ໝັ້ນຫຼັກ​ການ​ປະ​ເທດ​ຈີນດ​ຽວ, ຍຶດ​ໝັ້ນ "ຄວາມ​ເຫັນເປັນ​ເອ​ກະ​ພາບ​ກັນ​ປີ 1992" ແລະ ຊຸກ​ຍູ້​ຂະ​ບວນ​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ:

"ການ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ບັນ​ລຸ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ນັ້ນ ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ລູກຫຼານ​ປະ​ຊາ​ຊາດ​ຈີນ​ທຸກ​ຖ້ວນ​ໜ້າ ແລະ​ແມ່ນ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊາດ​ຈີນ. ຢູ່​ຕໍ່​ໜ້າ​ຄວາມ​ສັດ​ຈະ​ຂອງ​ຊາດ​ແລະ​ແປວ​ກະ​ແສ​ປະ​ຫວັດ​ສາດ​ດັ່ງ​ກ່າວນີ້, ທຸກໆການ​ກະ​ທຳແລະ​ກົນ​ອຸ​ບາຍ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດນັ້ນ ລ້ວນ​ແຕ່​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ, ລ້ວນ​ແຕ່​ຈະ​ຖືກ​ປະ​ຊາ​ຊົນ​ກ່າວ​ປະ​ນາມ​ແລະ​ຖືກ​ປະ​ຫວັດ​ສາດ​ລົງ​ໂທດ. ປະ​ຊາ​ຊົນ​ຈີນ​ມີ​ຈິດ​ໃຈ​ທີ່​ເດັດ​ດ່ຽວ, ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ ແລະ​ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ໃນ​ການ​ເອົາ​ຊະ​ນະ​ທຸກໆ​ການ​ເຄື່ອນ​ໄຫວ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ! ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຊາດ​ຈີນ​ມີ​ຄວາມ​ເຊື່ອ​ຖື​ຮ່ວມ​ອັນ​ໜຶ່ງ, ນັ້ນ​ກໍ​ຄື: ດິນ​ແດນ​ແຕ່​ລະ​ຕາ​ແມັດ​ຂອງ​ປະເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ ລ້ວນ​ແຕ່​ຈະ​ຕັດ​ແຍກ​ອອກ​ບໍ່​ໄດ້​ຢ່າງ​ເດັດ​ຂາດ ແລະ​ກໍ​ບໍ່​ມີ​ຄວາມ​ອາດ​ສາ​ມາດ​ທີ່​ຈະ​ຕັດ​ແຍກ​ອອກ​ຢ່າງ​ເດັດ​ຂາດ!"

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຢ້ຳ​ວ່າ, ຈີນ​ຈະ​ບໍ່​ພັດ​ທະ​ນາ​ຕົນ​ເອງ​ໂດຍ​ຖື​ເອົາ​ການ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ​ເປັນ​ຄ່າ​ຕອບ​ແທນ​ຢ່າງ​ເດັດ​ຂາດ, ການ​ພັດ​ທະ​ນາ​ຂອງ​ຈີນ ​ຈະບໍ່​ເປັນ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດໆ, ຈີນ​ຈະ​ບໍ່​ເປັນ​ເຈົ້າ​ໂລກ​ຈົນ​ເທົ່າ​ໃດໆ ແລະ​ຈະ​ບໍ່​ຂະ​ຫຍາຍ​ອ​າ​ນາ​ເຂດ​ຈົນ​ເທົ່າ​ໃດໆ. ສຳ​ລັບ​ຄວາມ​ປາ​ຖະ​ໜາ​ດ້ວຍຄວາມ​ຈິງ​ໃຈ​ແລະ​ການ​ກະ​ທຳ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ, ​ຜູ້​ຄົນ​ໃດໆ​ກໍ​ບໍ່​ຄວນ​ເຂົ້າ​ໃຈ​ໄປ​ທາງ​ອື່ນ, ຍິ່ງ​ບໍ່​ຄວນ​ເຂົ້າ​ໃຈ​ຜິດ. ເພາະ​ວ່າ​ຢູ່​ໃນ​ໂລກ​ມະ​ນຸດນີ້ ຍ່ອມ​ຈະ​ມີ​ຄວາມ​ເປັນ​ທຳ!

"ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ປົກ​ປັກ​ຮັກ​ສາ​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ເປັນ​ທຳ​ສາ​ກົນ, ມີ​ຄວາມ​ເຫັນ​ວ່າ, ເລື່ອງ​ຂອງ​ໂລກ​ຄວນ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ປຶກ​ສາ​ຫາ​ລື​ກັນ ແລະ​ຈະ​ບໍ່​ບັງ​ຄັບ​ໃຫ້​ຜູ້​ອື່ນ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ຕົນ. ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ຢ່າງ​ຕັ້ງ​ໜ້າ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ເຮັດ​ໃຫ້​ການ​ປະ​ຕິ​ຮູບ​ແລະ​ການ​ພັ​ດ​ທະ​ນາ​ຂອງ​ຈີນ ສ້າງ​ຄວາມ​ສຸກ​ໃຫ້​ແກ່​ມວນ​ມະ​ນຸດ. ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ແລະ​ການ​ສ້າງ​ລະ​ບົບ​ການ​ບໍ​ລິ​ຫານ​ທົ່ວ​ໂລກ, ​ອຸ​ທິດສະ​ຕິ​ປັນ​ຍາ​ຂອງ​ຈີນ, ແຜນ​ການ​ຂອງ​ຈີນ ແລະ​ກຳ​ລັງ​ຂອງ​ຈີນ​ໃຫ້​ແກ່​ໂລກ ຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ, ມີ​ຄວາມ​ໝັ້ນ​ຄົງ​ໂດຍ​ທົ່ວ​ໄປ, ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ມີ​ທ່າ​ທີ​ເປີດ​ປະ​ຕູ, ມີຈິດ​ໃຈ​ກວມ​ລວມ ແລະ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ, ເຮັດ​ໃຫ້​ແສງ​ຕາ​ເວັນ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມ​ວນ​ມະ​ນຸດນັ້ນ​ເຍືອງ​ໄປ​ສູ່​ທົ່ວ​ໂລກ!"

ທ່ານ ສີ​ຈິ້ນ​ຜິງ​ ກ່າວ​ວ່າ, ພັກ​ກອມ​ມູ​ນິດ​ຈີນ ຕ້ອງ​ແບກ​ຫາບ​ໜ້າ​ທີ່​ປະ​ຫວັດ​ສາດ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ເພື່ອ​ດຳ​ເນີນ​ການ​ປະ​ຕິ​ວັດ​ທາງ​ສັງ​ຄົມ​ອັນ​ຍິ່ງ​ໃຫຍ່, ຕ້ອງ​ດຳ​ເນີນ​ການ​ປະ​ຕິ​ວັດ​ຕໍ່​ຕົນ​ເອງ​ຢ່າງ​ກ້າ​ຫານ, ຍຶດ​ໝັ້ນຫຼັກ​ການ​ທີ່​ສ້າງ​ພັກ​ເພື່ອ​ສ່ວນ​ລວມ​ແລະ​ປົກ​ຄອງ​ປະ​ເທດ​ເພື່ອ​ປະ​ຊາ​ຊົນ, ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ປະ​ຊາ​ຊົນ​, ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ, ສາ​ມັກ​ຄີ​ແລະ​ບາກ​ບັ່ນ​ສູ້​ຊົນ​ກັບ​ປະ​ຊາ​ຊົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັກ​ສາ​ລັກ​ສະ​ນະ​ເດີມ​ຂອງ​ພັກ​ກຳ​ອຳ​ນາດ​ລັດ​ທິ​ມາກ​ຈົນ​ເທົ່າ​ໃດໆ, ​ກ້າວ​ເດີນຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ​ຈົນ​ເທົ່າ​ໃດໆ ແລະ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຊາດ​ຈີນ​ຈົນ​ເທົ່າ​ໃດໆ!

 "ຈີນ​ມີ​ກາບກອບ​ທີ່​ຂຽນ​ໄວ້​ວ່າ: ໃຜໆ​ກໍ​ສ​າ​ມາດ​ເບິ່ງ​ເຫັນ​ໂສມ​ໜ້າ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງໄດ້, ​ເມື່ອລົມ​ລະ​ດູ​ໃບ​ໄມ້​ປົ່ງ​ພັດ​ມາ ເຮັດ​ໃຫ້​ດອກ​ໄມ້​ນາ​ນາ​ຊະ​ນິດ​ເບັ່ງ​ບານ, ມີຫຼາຍ​ສີຫຼາຍ​ສັນ, ແຫ່ງ​ຕ່າງໆ​ລ້ວນ​ແຕ່​ມີ​ທິວ​ທັດ​ລະ​ດູ​ບານ​ໃໝ່. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເມື່ອ​ໄດ້​ບາກ​ບັ່ນ​ສູ້​ຊົນ​ເປັນ​ເວ​ລາ​ເກືອບ 70 ປີ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ພວມ​ເຕີບ​ໃຫຍ່​ຂຶ້ນ ແລະ​ຢືນ​ຢູ່​ທິດ​ຕາ​ເວັນ​ອອກ​ຂອງ​ໂລກ​ດ້ວຍ​ໂສມ​ໜ້າ​ໃໝ່. ຍຸກ​ໃໝ່​ຂຶ້ນ​ກັບ​ທຸກໆ​ຄົນ ແລະ​ທຸກໆ​ຄົນ​ກໍ​ເປັນ​ສັກ​ຂີ​ພິ​ຍານ, ເປັນ​ຜູ້​ບຸກ​ເບີກ ແລະ​ເປັນ​ຜູ້​ສ້າງ​ສາ​ຍຸກ​ໃໝ່. ຂໍ​​ພຽງແຕ່​ວ່າ​ພວກ​ເຮົາ​ສາ​ມັກ​ຄີ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ບາກ​ບັ່ນ​ສູ້​ຊົນ​ຮ່ວມ​ກັນ, ກໍ​ບໍ່​ມີ​ອິດ​ທິ​ກຳ​ລັງ​ໃດໆ​ທີ່​ສາ​ມາດ​ຂັດ​ຂວາງ​ບາດ​ກ້າວ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຕົນ!"

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ