ນາ​ຍົກ​ຈີນ​ກ່າວ​ວ່າ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ
2018-03-20 16:02:06  cri 
ວັນ​ທີ 20 ມີ​ນາ​ນີ້​ໃນ​ໂອ​ກາດ​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ຜົນ​ງານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ໃນ​ 40 ປີ​ຜ່ານ​ມາ​ທີ່​ປະ​ຈັກ​ຕາ​​ຕໍ່ຄົນ​ທັງ​ຫຼາຍ​ແມ່ນ​​ປາ​ສະ​ຈາກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ບໍ່​ໄດ້, ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ສະ​ນັ້ນການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ລັດ​ຂອງ​ຈີນ, ຈີນ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ຄ້າ​ເສ​ລີ, ​ແລະ​ຈະ​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື​ນັບ​ກວ້າງ​ຂວາງກວ່າ​ເກົ່າ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວຕື່ມ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຫຼຸດ​ລະ​ດັບ​ພາ​ສີ​ໂດຍ​ລວມ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ດ້ວຍ​ທ່າ​ທີ​ເປີດ​ປະ​ຕູ​ກວ້າງກວ່​າ​ເກົ່າ. ນອກ​ນີ້, ຈີນ​​ຈະ​ເປີດ​ຂະ​ແໜງ​ການ​ຜະ​ລິດ​ຢ່າງ​ຮອບ​ດ້ານ, ແລະລະ​ບົບ​ລາຍ​ຊື​ທາ​ງ​ລົບ​ດ້ານ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ກໍ​ຈະ​ປັບ​ຫຼຸດ​ລົງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ