ໄຂ​ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ແລະ​ຜູ້ວ່າ​ການ​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ 20 ປະ​ເທດ
2018-03-20 16:19:58  cri 
​ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ແລະ​ຜູ້​​ວ່າ​ການ​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງບູ​ນົ​ສ​ໄອ​ເຣັດ​ສ໌ປະ​ເທດ​ອາກ​ຊັງ​ຕິນໃນ​ວັນ​ທີ 19 ມີ​ນາ​ນີ້, ໂດຍບັນ​ດາ​ຜູ້​ແທນ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ, ສະ​ພາບການ​ຫາ​ວຽກ​ເຮັດ​ງານທຳ​ໃນ​ອະ​ນາ​ຄົດ, ເງິນ​ຕາ​​ດີ​ຈີ​ຕອນ​ແລະ​ອື່ນໆ.

​ໃນ​ວັນ​ດຽວ​ກັນ, ທ່ານ​ນິ​ໂກ​ລັ​ສ ດຸ​ຈົ​ຟ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາກ​ຊັງ​ຕິນ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ 20 ປະ​ເທດ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ໄຂ​ປະ​ຊຸມ​ວ່າ, ບັດ​ດາ​ຝ່າຍ​ຢາກ​ກ້າວ​ໄປເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ, ແຕ່​ວ່າ​​ການສະ​ເໜີ​ແຜນ​ການ​ປະ​ຕິ​ຮູບ​ທີ່​ສາ​ມາດ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ແບບກວມ​ລວມ​ແມ່ນ​ເລື່ອງ​ຈຳ​ເປັນ​ທີ່​ສຸດ.

ທ່ານ​ດຸ​ຈົ​ຟ ກ່າວ​ຕື່ມ​ວ່າ, ປະ​ເທດ​ຕົນ​ຫວັງ​ວ່າ​ຈະ​ສ້າງຕຳ​ແໜ່ງ​ວຽກເຮັດ​ງານ​ທຳ​ໃຫ້​ໄດ້​ຫຼາຍກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ​ໂດຍ​ຜ່ານ​ເສດ​ຖະ​ກິດ​ເຕີບ​ໂຕ​ແບ​ບ​ຍືນ​ຍົງ​ແລະ​ກວມ​ລວມ, ສະ​ນັ້ນ​ປະ​ເທດ​ຕົນ​​ຈຶ່ງໄດ້​ສະ​ເໜີ​ແຜນ​ການ​ປະ​ຕິ​ຮູບ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ