ກຳ​ປູ​ເຈຍ​ພັດ​ທະ​ນາ​ການ​ສຶກ​ສາ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຍົກ​ສູງ​ອັດ​ຕາ​ເຂົ້າ​ຮຽນ​ຂອງ​ປະ​ຊາ​ຊົນ
2018-03-20 16:23:29  cri 
ທ່ານ​ຮັງ​ຊຸນ​ນາ​ຣົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການຊາວ​ໜຸ່ມ​ແລະ​ກິ​ລາ​ກຳ​ປູ​ເຈຍ​ກ່າວ​ຢູ່ນ​ະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 19 ມີ​ນາ​ນີ້​ວ່າ, ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ລັດ​ຖະ​ບານ, ປັດ​ຈຸ​ບັນ​ໃນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ສ້າງ​ໂຮງ​ຮຽນ​​ຂອງ​ລັດ​ຖະ​ບານ​ແລະ​ ເອ​ກະ​ຊົນ​ຫຼາຍກວ່າ 1 ໝື່ນ 4 ພັນ​ແຫ່ງ, ສຸມ​ກຳ​ລັງ​ເພື່ອ​ຍົກ​ສູງ​​ອັດ​ຕາ​ໄດ້​ຮັບ​ການ​ສຶກ​ສາ​ຂອງ​ປະ​ຊາ​ຊົນ.

ທ່ານ ຮັງ​ຊຸນ​ນາ​ຣົນ ກ່າວ​ວ່າ, ອັດ​ຕາ​ເຂົ້າ​ຮຽນ​ຂອງ​ເດັກ​ນ້ອຍ​ອາ​ຍຸ 5 ປີ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ​ເປັນ 68,5%, ໃນ​ນັ້ນ, ອັດ​ຕາ​ເຂົ້າ​ຮຽນ​ຂອງ​ໂຮງ​ຮຽນ​ປະ​ຖົມ​​ຂອງ​ລັດ​ແລະ​ເອ​ກະ​ຊົນ​ໄດ້​ບັນ​ລຸ​ເຖິງ 97,8%.

ກ່ອນ​ໜ້າ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເຄີຍ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ວ່າ, ກຳ​ປູ​ເຈຍ​ຄວນ​ເພີ່ມ​ງົບ​ປະ​ທານ​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເພື່ອ​ໄລ່​ທັດການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4. ລັດ​ຖະ​ບານ​ກຳ​ປູ​ເຈຍ​ຈະ​ເພີ່ມ​ງົບ​ປະ​ມານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ​ໂດຍຮອດ​ປີ 2020 ​ງົບ​ປະ​ມານ​ດັ່ງ​ກ່າວ​ຈະ​ກວມ 0,2% ຂອງ GDP, ຮອດ​ປີ 2025 ຈະ​ເພີ່ມ​ຂຶ້ນ​ເປັນ 1%, ແລະ​ຮອດ​ປີ 2030 ​ຈະເພີ່ມ​ຂຶ້ນ​ເປັນ 1,5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ